ແບນຊິກອາໄລຫາບັນດາຜູ້ຖືກເຄາະຮ້າຍຈາກເຫດວາງລະເບີດກໍ່ການຮ້າຍ
ສະຖານທູດແບນຊິກ ປະຈຳຮ່າໂນ້ຍ
ຈັດພິທີໄວ້ອາໄລຕໍ່ດວງວິນຍານຫາບັນດາຜູ້ຖືກເຄາະຮ້າຍ
(ພາບ: news.zing)
(vovworld) - ໃນເວລາ 12 ໂມງ (ຕາມເວລາທ້ອງຖິ່ນ) ຂອງວັນທີ 23/03, ພາຍຫຼັງເກີດບັນດາເຫດວາງລະເບີດກໍ່ການຮ້າຍທີ່ນອງເລືອດເປັນເວລາ 1 ວັນ, ເຮັດໃຫ້ຢ່າງໜ້ອຍສຸດ 34 ຄົນເສຍຊີວິດ ແລະ ເກືອບ 200 ຄົນຮັບບາດເຈັບ, ປະຊາຊົນຢູ່ ບຣຸກແຊນ ໄດ້ສະຫງວນເວລາ 1 ນາທີເພື່ອກົ້ມຫົວໄວ້ອາໄລເຖິງບັນດາຜູ້ຖືກເຄາະຮ້າຍ. ເຈົ້າຊີວິດ Philippe ແລະ ທ່ານນາຍົກລັດຖະມົນຕີ Charles Michel ກໍເຂົ້າຮ່ວມການເຄື່ອນໄຫວນີ້ ຢູ່ເຂດທີ່ມີສຳນັກງານຂອງສະຫະພາບເອີລົບ (EU) ແລະ ໃກ້ກັບສະຖານີລົດໄຟໃຕ້ດິນທີ່ຖືກບຸກໂຈມຕີ Maelbeek.
ແລະກໍໃນວັນດຽວກັນ, ວັນທີ 23/03, ສະຖານທູດແບນຊິກ ປະຈຳຮ່າໂນ້ຍ ໄດ້ຈັດພິທີໄວ້ອາໄລຕໍ່ດວງວິນຍານບັນດາຜູ້ຖືກເຄາະຮ້າຍຈາກບັນດາການບຸກໂຈມຕີກໍ່ການຮ້າຍ ໃນວັນທີ 22/03 ຢູ່ ບຣຸກແຊນ. ບັນດານັກການທູດຕ່າງປະເທດ, ທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ຫວຽດນາມ ບຸຍແທງເຊີນ, ບັນດາພົນລະເມືອງແບນຊິກ ທີ່ພວມດຳລົງຊີວິດຢູ່ຮ່າໂນ້ຍ ແລະ ປະຊາຊົນຫວຽດນາມ ໄດ້ສະຫງວນເວລາ 1 ນາທີເພື່ອກົ້ມຫົວໄວ້ອາໄລເຖິງບັນດາຜູ້ປະສົບເຄາະຮ້າຍ.