ແຟງລັງ ເປີດປະຕູດ່ານຊາຍແດນ 2 ແຫ່ງກັບ ລັດເຊຍ

(VOVWORLD) - ຄາດວ່າ, ດ່ານຊາຍແດນ Vaalimaa ແລະ Niirala ຢູ່ທາງທິດຕາເວັນອອກພາກໃຕ້ ຈະໄດ້ເປີດປະຕູຄືນໃໝ່ໃນວັນທີ 14 ທັນວາ.
ແຟງລັງ ເປີດປະຕູດ່ານຊາຍແດນ 2 ແຫ່ງກັບ ລັດເຊຍ - ảnh 1ແຟງລັງ ຈະເປີດປະຕູດ່ານຊາຍແດນ 2 ແຫ່ງຢູ່ເຂດຊາຍແດນຕິດກັບ ລັດເຊຍ
(ພາບ: AFP/TTXVN)

        ວັນທີ 12 ທັນວາ, ທ່ານນາຍົກລັດຖະມົນຕີ ແຟງລັງ Petteri Orpo ຖະແຫຼງວ່າ, ປະເທດນີ້ຈະເປີດປະຕູດ່ານຊາຍແດນ 2 ແຫ່ງຢູ່ເຂດຊາຍແດນຕິດກັບ ລັດເຊຍ, ພາຍຫຼັງຖືກປິດປະຕູໃນເດືອນ ພະຈິກ ເພື່ອຈຳກັດກະແສຟອງຊາວອົບພະຍົບ. ລະອຽດແມ່ນ, ຄາດວ່າ, ດ່ານຊາຍແດນ Vaalimaa ແລະ Niirala ຢູ່ທາງທິດຕາເວັນອອກພາກໃຕ້ ຈະໄດ້ເປີດປະຕູຄືນໃໝ່ໃນວັນທີ 14 ທັນວາ. ເຖິງຢ່າງໃດກໍ່ຕາມ, ທ່ານນາຍົກລັດຖະມົນຕີ Petteri Orpo ໃຫ້ຮູ້ວ່າ, ບັນດາຂໍ້ຈຳກັດຈະໄດ້ຜ່ອນຄາຍລົງ ເພື່ອຕີລາຄາສະພາບການ ແລະ ຖ້າຫາກບໍ່ມີການປົວແປງ, ແຟງລັງ ຈະສືບຕໍ່ປິດປະຕູດ່ານຊາຍແດນ 2 ແຫ່ງດັ່ງກ່າວ.

        ແຟງລັງ, ປະເທດມີເຂດຊາຍແດນຮ່ວມກັບ ລັດເຊຍ ມີຄວາມຍາວ 1.340 ກມ, ໄດ້ຮັບຮູ້ວ່າມີຊາວເຂົ້າເມືອງຢ່າງຜິດກົດໝາຍເກືອບ 1.000 ຄົນ ຜ່ານບັນດາດ່ານຊາຍແດນທາງທິດຕາເວັນອອກ ນັບແຕ່ເດືອນ ສິງຫາ ຜ່ານມາ. ເພື່ອຈຳກັດກະແສຟອງຊາວອົບພະຍົບ, ເດືອນ ພະຈິກ, ແຟງລັງ ໄດ້ປິດປະຕູ 8 ດ່ານກວດກາຊາຍແດນກັບ ລັດເຊຍ. ລັດຖະບານ ລັດເຊຍ ໄດ້ຄັດຄ້ານບັນດາຂໍ້ຕົກລົງດັ່ງກ່າວຂອງ ແຟງລັງ.

        ພາຍຫຼັງ ແຟງລັງ ໄດ້ຮັບເຂົ້າເປັນສະມາຊິກອົງການສົນທິສັນຍາມະຫາສະໝຸດອັດລັງຕິກເໜືອ (ນາໂຕ) ໃນເດືອນ ເມສາ 2023, ເຂດຊາຍແດນຂອງ ແຟງລັງ ໄດ້ກາຍເປັນເຂດຊາຍແດນລວມຂອງ ນາໂຕ.

ຕອບກັບ

ຂ່າວ/ບົດ​ອື່ນ