ແມ່ຍິງເຊື້ອຊາດຫວຽດນາມຜູ້ທຳອິດໄດ້ຮັບເລືອກຕັ້ງເຂົ້າສະພາຕຳ່ອາເມລິກາ

ແມ່ຍິງເຊື້ອຊາດຫວຽດນາມຜູ້ທຳອິດໄດ້ຮັບເລືອກຕັ້ງເຂົ້າສະພາຕຳ່ອາເມລິກາ - ảnh 1
ທ່ານ​ນາງ Ngoc Dung Stephanie Murphy
(ພາບ: motthegioi,vn)

(vovworld) - ການ​ເລືອກ​ຕັ້ງ​ເມື່ອ​ວັນ​ທີ 8/11 ບໍ່​ພຽງ​ແຕ່​ເຮັດ​ໃຫ້​ຊາວ ອາ​ເມ​ລິ​ກາ​ ມີປະທານາທິບໍດີ​ຄົນ​ໃໝ່​ເທົ່າ​ນັ້ນ, ຫາກ​ຍັງ​ສ້າງ​ເຫດການ​​ໃຫຍ່​ທີ່​ສຸດ​ໃນ​ປະຊາ​ຄົມ​ຊາວ ຫວຽດນາມ ດຳລົງ​ຊີວິດ​ຢູ່ ອາ​ເມ​ລິ​ກາ ອີກ​ດ້ວຍ, ນັ້ນ​ແມ່ນ​ທ່ານ​ນາງ Ngoc Dung Stephanie Murphy ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ສະມາຊິກສະພາ​ຕຳ່ ອາ​ເມ​ລິ​ກາ. ພາຍຫຼັງ​ເຫດ​ກໍ່​ການ​ຮ້າຍ​ວັນ​ທີ 11/9, ທ່ານ​ນາງ Stephanie Murphy ມີ​ຊື່ ​ຫວຽດນາມວ່າ ດັ້ງ​ທິງ​ອກຢຸງ ​ເຮັດ​ວຽກ​ຢູ່​ກະຊວງ​ປ້ອງ​ກັນ​ປະ​ເທດ, ຮັບຜິດຊອບ​ດ້ານ​ປ້ອງ​ກັນ​ຄວາມ​ສະຫງົບ​ພິ​ເສດ​ໃນ​ຕະຫຼອດ​ໄລຍະ 4 ປີ. ທ່ານ​ນາງ​ກໍ່​ແມ່ນ​ໜຶ່ງ​ໃນ​ບັນດາ​ຜູ້​ທີ່​ໄດ້​ຮັບ​ເຊີນ​ອ່ານ​ສູນ​ທອນ​ພົດ​ຢູ່​ກອງ​ປະຊຸມ​ໃຫຍ່​ທົ່ວ​ປະ​ເທດ​ຂອງ​ພັກ​ປະຊາທິປະ​ໄຕ​ຢູ່ລັດ  Pennsylvania, ​ເມື​່ອ​ເດືອນ 7 ຜ່ານ​ມາ. ທ່ານ​ນາງ Stephanie Murphy ​ແມ່ນແມ່ຍິງ​ເຊື້ອ​ຊາດ ​ຫວຽດນາມ​ ຜູ້​ທຳ​ອິດ​ທີ່ໄດ້​ຮັບ​ເລືອກ​ຕັ້ງ​ເຂົ້າ​ສະພາ​ຕຳ່​ ອາ​ເມ​ລິ​ກາ.

ຂ່າວ/ບົດ​ອື່ນ