ແມ່ຍິງເມືອງ ດານເຝື້ອງ, ຮ່າໂນ້ຍຂະຫຍັນຂັ່ນເຄື່ອນ, ມີຫົວຄິດປະດິດສ້າງ
ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ໃຫ້ການຕ້ອນຮັບຄະນະຜູ້ແທນແມ່ຍິງຜູ້ດີເດັ່ນ ເມືອງ ດານເຝື້ອງ ນະຄອນຮ່າໂນ້ຍ
|
(vovworld)- ຕອນບ່າຍວັນທີ 3/3 ຢູ່ຮ່າໂນ້ຍ, ທ່ານນາງຮອງປະທານປະເທດຫວຽດນາມ ຫງວຽນທິຢວານ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນແມ່ຍິງຜູ້ດີເດັ່ນ ເມືອງ ດານເຝື້ອງ ນະຄອນຮ່າໂນ້ຍ, ເນື່ອງໃນໂອກາດ 104 ປີແຫ່ງວັນແມ່ຍິງສາກົນ (8/3) ແລະ ສະເຫຼີມສະຫຼອງ 1974 ປີ ແຫ່ງວັນລຸກຮື້ຂຶ້ນຂອງ 2 ພະນາງຈຶງ. ໃນຊຸມປີທີ່ຜ່ານມາ, ແມ່ຍິງເມືອງ ດານເຝື້ອງ ໄດ້ປະຕິບັດບັນດານະໂຍບາຍຂອງພັກ, ລັດ, ບັນດາຂະບວນການໂດຍສະມາຄົມແມ່ຍິງຂັ້ນຕ່າງໆປຸກລະດົມ. ທ່ານນາງຮອງປະທານປະເທດຫວຽດນາມ ຫງວຽນທິຢວານ ໄດ້ຊົມເຊີຍບັນດາຜົນສຳເລັດຂອງ ແມ່ຍິງເມືອງ ດານເຝື້ອງ. ທ່ານນາງຮອງປະທານປະເທດຫວຽດນາມ ຫງວຽນທິຢວານ ຖືວ່າ ແມ່ຍິງມີບົດບາດສຳຄັນໃນການປ່ຽນແປງສົມໜ້າຊົນນະບົດ ແລະ ຫວັງວ່າ ເອື້ອຍນ້ອງແມ່ຍິງເມືອງ ດານເຝື້ອງຈົ່ງສືບຕໍ່ເສີມຂະຫຍາຍມູນເຊື້ອປະກອບສວ່ນສ້າງຄອບຄົວມີຄວາມຜາສຸກ, ປະເທດຊາດຮັ່ງມີເຂັ້ມແຂງ.