ແອັດສປາຍແລະອີຕາລີຊ່ວຍເຫຼືອຊາວອົບພະຍົບນັບຮ້ອຍຄົນພວມເດີນທະເລ

ແອັດສປາຍແລະອີຕາລີຊ່ວຍເຫຼືອຊາວອົບພະຍົບນັບຮ້ອຍຄົນພວມເດີນທະເລ - ảnh 1
ແອັດສປາຍແລະອີຕາລີຊ່ວຍເຫຼືອ
ຊາວອົບພະຍົບນັບຮ້ອຍຄົນພວມເດີນທະເລ
(ພາບ: AFP/TTXVN)


(vovworld) – ວັນທີ 11/10, ກຳລັງປ້ອງກັນຝັ່ງທະເລອີຕາລີ ແລະ ແອັດສປາຍ ໄດ້ຊ່ວຍກູ້ຊີບຊາວ​ອົບ​ພະຍົບ 523 ຄົນ ພວມເດີນທະເລດ້ວຍເຮືອ, ຫ່າງຈາກຝັ່ງທະເລ Tripoli, ຂອງ​ຊີຣີ ປະມານ 25 ​ໄມ​ທະ​ເລ. ບັນດາ​ຊາວ​ອົບ​ພະ​ຍົບນີ້​ພວມ​​ເດີນທາງ​ຈາກ​ລີ​ບີ ຜ່ານ​ທະ​ເລ​ເຖິງ​ອີ​ຕາ​ລີ. ກຳລັງປ້ອງກັນຝັ່ງທະເລ​ແອັດ​ສປາຍ ​ໃຫ້​ຮູ້​ວ່າ, ​ໃນ​ຈຳນວນ​ຊາວ​ອົບ​ພະ​ຍົບ 523 ຄົນ​ໄດ້​ຊ່ວຍ​ກູ້ຊີບມີ​ຜູ້​ຊາຍ 376 ຄົນ, ຜູ້ຍິງ 125 ຄົນ ​ແລະ ​ເດັກ​ນ​້ອຍ 22 ຄົນ, ​ໂດຍ​ຖື​ສັນຊາດ​ແຕກ​ຕ່າງ​ກັນ.

        ​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ບັນດາ​ເຈົ້າ​ໜ້າ​ທີ່​ການ​​ແພດ ​ແລະ ປ້ອງ​ກັນ​ຄວາມ​ສະຫງົບອີ​ຍິບ ​ໃຫ້​ຮູ້​ວ່າ, ມີ​ຊາວ​ອົບ​ພະຍົບຈາກ​ຊີຣີ ​ແລະ ອາ​​​ຟະລິ​ກາ 11 ຄົນຖືກ​ຈົມ​ນ້ຳ​ຕາຍ, ​ເມື່ອ​ເຮືອ​ຂອງ​ເຂົ້າ​ເຈົ້າ​ຖືກ​ຈົມ​ນ້ຳ​ຢູ່​ນອກ​ທ່າ​ກໍ່າ​ປັ່ນ Baltim ຂອງ​ປະ​ເທດ​ນີ້.

ຂ່າວ/ບົດ​ອື່ນ