ໂຄງການນ້ຳມັນຫວຽດນາມ-ອານເຊລີຂຸດຄົ້ນນ້ຳມັນກະແສທຳອິດຢ່າງເປັນທາງການ
ໂຄງການນ້ຳມັນຫວຽດນາມ-ອານເຊລີ
ຂຸດຄົ້ນນ້ຳມັນກະແສທຳອິດຢ່າງເປັນທາງການ
(ພາບ: TTXVN)
(vovworld) - ວັນທີ 11/12, ໂຄງການນ້ຳມັນ ຫວຽດນາມ - ອານເຊລີ ຢູ່ບໍ່ Bir Seba ໄດ້ຂຸດຄົ້ນນ້ຳມັນກະແສທຳອິດຢ່າງເປັນທາງການ ພາຍຫຼັງໄລຍະ 12 ປີແຫ່ງການເຄື່ອນໄຫວສຳຫຼວດ (2003 - 2015), ນີ້ແມ່ນເຫດການສຳຄັນເປັນຂີດໝາຍຜົນງານຢ່າງຈະແຈ້ງ ຂອງບໍລິສັດໃຫຍ່ຂຸດຄົ້ນສຳຫຼວດນ້ຳມັນອາຍແກັດຫວຽດນາມ (PVEP), ກໍຄືບັນດາຄູ່ຮ່ວມມືໃນຫຼາຍປີຜ່ານມາ. ທ່ານຮ່ວາງຫງອກດົງ, ຜູ້ອຳນວຍການບໍລິສັດ PVEP – ອານເຊລີ, ໃຫ້ຮູ້ວ່າ, ເລື່ອງນຳເຂົ້າຂຸດຄົ້ນບໍ Bir Seba ໄດ້ເປັນການຢືນຢັນທີ່ຕັ້ງຂອງຫວຽດນາມ ໃນການຊອກຫາ ແລະ ຂຸດຄົ້ນນ້ຳມັນຢູ່ຕ່າງປະເທດ. ພິເສດ, ນີ້ແມ່ນໂຄງການເຊິ່ງຝ່າຍຫວຽດນາມ ໄດ້ປະຕິບັດເອງນັບແຕ່ຕົ້ນ ເພື່ອຊອກຫາ, ສຳຫຼວດ ແລະ ພົບເຫັນບໍ່ນີ້. ເຫດການນີ້ມີຄວາມໝາຍສຳຄັນ ໃນການພົວພັນຮ່ວມມືດ້ານການເມືອງ ແລະ ເສດຖະກິດຫວຽດນາມ - ອານເຊລີ, ທັງແມ່ນພື້ນຖານເພື່ອນຳຂະແໜງອຸດສາຫະກຳນຳ້ມັນອາຍແກັດ ຫວຽດນາມ ຂຶ້ນສູ່ລະດັບສູງໃໝ່.