ໂຄງການ“ພົບປະສັງສັນBNIຫວຽດນາມ2015”

ໂຄງການ“ພົບປະສັງສັນBNIຫວຽດນາມ2015” - ảnh 1

ທ່ານ Ivan Misener, ​​ຜູ້​ລິ​ເລີ່ມ, ​ທັງ​ແມ່ນ​ປະທານຂອງ BNI ທົ່ວ​ໂລກ
(ພາບ:baocongthuong.com.vn)

(vovworld) –  ວັນ​ທີ 28/6, ຢູ່ ຮ່າ​ໂນ້ຍ, ມີ​ນັກທຸລະກິດ 1.860 ຄົນຂອງ​ບັນດາ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ​ໃນ​ທົ່ວ​ປະ​ເທດ​ເຂົ້າ​ຮ່ວມ​ເຫດການ “ງານ​ພົບປະ​ສັງ​ສັນ BNI ຫວຽດນາມ 2015”, ​ໂດຍ​ອົງການ​ເຊື່ອມ​ຈອດ​ດ້ານການ​ຄ້າ​ສາກົນ​ຫວຽດນາມ (BNI ຫວຽດນາມ) ຈັດ​ຕັ້ງ. ​ເຂົ້າ​ຮ່ວມ​ເຫດການ, ​ ​ມີ​ທ່ານປະທານ BNI ທົ່ວ​ໂລກ ດ​ຣ Ivan Misener, ພ້ອມ​ກັບ​ຜູ້ຕາງໜ້າ BNI ຂອງ​ຫຼາຍ​ປະ​ເທດ​ໃນ​ໂລກ. ທີ່ “ງານ​ພົບປະ​ສັງ​ສັນ BNI ຫວຽດນາມ 2015”, ບັນດາ​ນັກທຸລະກິດ ​ໄດ້​ພົບ​ປະ​ແລກປ່ຽນ​ກັບ ດ​ຣ Ivan Misener ​ເຊິ່ງ​ເປັນ​ຜູ້​ລິ​ເລີ່ມ, ​ທັງ​ແມ່ນ​ປະທານ​ຂອງ BNI ທົ່ວ​ໂລກ, ​ແບ່ງປັນ​ບັນດາ​ຄວາມ​ຮູ້, ບົດຮຽນ ກ່ຽວ​ກັບ​ການ​ພັດທະນາ​ທັກ​ສະ​ໃຫ້​ແກ່​ບັນດານັກທຸລະກິດ​ຫວຽດນາມ, ​ໄຈ້​ແຍກ​ສະພາບ​ເສດຖະກິດ​ໃນ​ໂລກ​ຂອງ​ບັນດາ​ປະ​ເທດ​ພັດທະນາ, ພິ​ເສດ​ຢູ່​ອາ​ເມ​ລິ​ກາ. ນີ້​ແມ່ນ​ອົງການ​ເຊື່ອມ​ຈອດ​ການ​ຄ້າ​ໃຫຍ່​ກ່ວາ​ໝູ່​ສະຫງວນ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ​ໃນ​ທົ່ວ​ໂລກ. ຢູ່ ຫວຽດນາມ, BNI ​ເລີ່​ມດຳ​ເນິນ​ການ​ເຄື່ອນ​ໄຫວ​ນັບ​ແຕ່​ປີ 2010 ​ແລະ ປະຈຸ​ບັນ​ໄດ້​ມີໜ້າ​ຢູ່ 11 ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງວິ​ສາ​ຫະກິດ​ສະມາຊິກກ່ວາ 1.860 ​ແຫ່ງ, ສ້າງ​ກາລະໂອກາດຫຼາຍ​ຢ່າງ​ໃຫ້​ແກ່​ການດຳ​ເນີນ​ທຸລະ​ກິດ.

ຂ່າວ/ບົດ​ອື່ນ