ໂຄງການ​ຮ່ວມ​ເດີນທາງກັບ​ຜູ້​ປະສົບເຄາະ​ຮ້າຍ ​ຈາກ​ທາດ​ພິດສີສົ້ມ

ໂຄງການ​ຮ່ວມ​ເດີນທາງກັບ​ຜູ້​ປະສົບເຄາະ​ຮ້າຍ ​ຈາກ​ທາດ​ພິດສີສົ້ມ - ảnh 1

ເດີນທາງ​ໄປ​ຮອດ​ແຂວງ​ກວາງ​ງາຍ

(ພາບ:baoquanngai.com.vn)

(vovworld) - ​ພິທີ​ສະຫລຸບ​ໂຄງການ​ວັດທະນະທຳ​ເພື່ອ​ການ​ກຸສົນ “ຮ່ວມ​ເດີນທາງກັບ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດສີສົ້ມມິດຕະພາບ​ຫວຽດນາມ-​ສ​ເກົາຫຼີ“ ​ໄດ້​ດຳ​ເນີນ​ໃນຕອນ​ບ່າຍວັນ​ທີ 26/11 ຢູ່​ຮ່າ​ໂນ້ຍ ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິສີສົ້ມ, ນັກ​ຮ້ອງ, ນັກ​ກິລາ….. ລວມທັງ​ໝົດ 90 ຄົນຊື່​ງ​ຖີບ​ລົດຖີບ​ໃນ​ເວລາ 26 ວັນ​ໃນ​​ໄລຍະທາງ​ຍາວ 1750 ກມ ລຽບ​ຕາມ​ເສັ້ນທາງ​ຫຼວງ 1A ຜ່ານ 19 ​ແຂວງ, ນະຄອນ​ຂອງ​ຫວຽດນາມ. ການ​ເດີນທາງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຈດ​ຈຳນົງ, ມານະ​ຈິດ​ບືນຕົວ​ຂຶ້ນ​ຂອງ​ບັນດາ​ນັກ​ກິລາ, ພິ​ເສດ​ແມ່ນ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິສີສົ້ມ. ພ້ອມກັນນັ້ນກໍ່​ແມ່ນ​ໂອກາດ​​ເພື່ອ​ໃຫ້​ບັນດາ​ນັກ​ກິລາ​ຫວຽດນາມ-​ສ​ເກົາຫຼີ ສາມາດ​ພົບ​ປະ​ແລກປ່ຽນ, ຮ່ຳຮຽນ ​ແລະ ​ແບ່ງປັນ, ຮຽງ​ບ່າ​ຮຽງ​ໄລ່​ຜ່າ​ນຜ່າ​ຄວາມທຸກ​ຍາກ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ​ທ່ານ​ຮອງ​ນາຍົກລັດຖະມົນຕີຫງວຽນ​ທ້ຽນ​ເຍີນ ຢືນຢັນ​ວ່າ: ນີ້​ແມ່ນ​ການ​ເຄື່ອນ​ໄຫວທີ່​ມີ​ຄວາມ​ໝາຍດ້ານ​ການ​ເມືອງ, ສັງຄົມ,​ ວັດທະນະທຳ, ການ​ພົວພັນ​ກັບ​ຕ່າງປະ​ເທດ​​ເນື່ອງໃນ​ໂອກາດສະ​ເຫຼີມສະຫຼອງ 20 ປີ​ແຫ່ງ​ການ​ສ້າງຕັ້ງສາຍ​ພົວພັນ​ທາງ​ການ​ທູດລະຫວ່າງ​ຫວຽດນາມ-​ສ​ເກົ​າຫຼີ:

   “ການຖີບ​ລົດຖີບຜ່ານ​ເສັ້ນທາງ​ກ່ວາ 1700 ກມບໍ່​ແມ່ນ​ເລື່ອງ​ງາຍ​ສຳລັບ​ຄົນ​ປົກກະຕິ, ​ໂດຍ​ສະ​ເພາະ​ແມ່ນ​ສຳລັບ​ສຸຂະພາບ​ຂອງຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດສີສົ້ມ. ຜູ້​ປະສົບ​ເຄາະ​ຮ້າຍ​​ໄດ້​ຕັດສິນ​ໃຈ​ບືນຕົວ​ຂຶ້ນ, ພ້ອມ​ກັບ​ຄະນະ​ມາ​ຮອດ​ຫຼັກ​ໄຊ. ​ໂຄງການຮ່ວມ​ເດີນທາງກັບ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດສີສົ້ມມິດຕະພາບ​ຫວຽດນາມ-​ສ​ເກົາຫຼີ ​ໄດ້​ປະສົບ​ຜົນສຳ​ເລັດ​ຢ່າງ​ຈົບງາມ ຊື່​ງສະ​ແດງ​ໃຫ້​ເຫັນ​ກຳລັງ​ແຮງ​ຂອງ​ນ້ຳ​ໃຈ​ສາມັກຄີ, ຮ່ວມ​ແຮງ​ຮ່ວມ​ໃຈ​ຂອງ​ປະຊາຊົນ​ຫວຽດນາມ ​ແລະ ປະຊາຊົນສ​ເກົາຫຼີ

 

ຂ່າວ/ບົດ​ອື່ນ