ໂຄວິດ-19: ນຳສົ່ງພົນລະເມືອງ ຫວຽດນາມ 350 ຄົນຈາກ ອົດສະຕາລີ ກັບມາປະເທດຢ່າງປອດໄພ

(VOVWORLD) -  ພາຍຫລັງຍົນລົງຈອດຢູ່ສະໜາມບິນສາກົນ ໂນ້ຍບ່າຍ, ບັນດາຜູ້ເຂົ້າຮ່ວມຖ້ຽວບິນດັ່ງກ່າວ ໄດ້ຮັບການກວດສຸຂະພາບ ແລະ ປະຕິບັດການແຍກຕົວຕາມຂໍ້ກຳນົດ.
ໂຄວິດ-19: ນຳສົ່ງພົນລະເມືອງ ຫວຽດນາມ 350 ຄົນຈາກ ອົດສະຕາລີ ກັບມາປະເທດຢ່າງປອດໄພ - ảnh 1 (ພາບ: TTXVN)

ວັນທີ 13 ກໍລະກົດ, ບັນດາອົງການເຈົ້າໜ້າທີ່ ຫວຽດນາມ, ອົງການຕາງໜ້າ ຫວຽດນາມ ປະຈຳ ອົດສະຕາລີ ແລະ ບໍລິສັດການບິນແຫ່ງຊາດ ຫວຽດນາມ ໄດ້ສົມທົບກັບບັນດາອົງການເຈົ້າໜ້າທີ່ ອົດສະຕາລີ ນຳສົ່ງພົນລະເມືອງ ຫວຽດນາມ 350 ຄົນຈາກ ອົດສະຕາລີ ກັບມາປະເທດຢ່າງປອດໄພ.

        ພາຍຫລັງຍົນລົງຈອດຢູ່ສະໜາມບິນສາກົນ ໂນ້ຍບ່າຍ, ບັນດາຜູ້ເຂົ້າຮ່ວມຖ້ຽວບິນດັ່ງກ່າວ ໄດ້ຮັບການກວດສຸຂະພາບ ແລະ ປະຕິບັດການແຍກຕົວຕາມຂໍ້ກຳນົດ.

ຕອບກັບ

ຂ່າວ/ບົດ​ອື່ນ