ໂຄສະນາການທ່ອງທ່ຽວຫວຽດນາມຢູ່ອິນໂດເນເຊຍ
(ອ່າວຮ້າລອງ)
(vovworld) - ໃນລະຫວ່າງວັນທີ 3 – 7/8/2015, ກົມໃຫຍ່ທ່ອງທ່ຽວສົມທົບກັບບັນດາຝ່າຍກ່ຽວຂ້ອງຈັດຕັ້ງລາຍການໂຄສະນາ, ແນະນຳການທ່ອງທ່ຽວ ຫວຽດນາມ ຢູ່ ນະຄອນ Surabaya ແລະ ນະຄອນຫລວງ Jakata (ອິນໂດເນເຊຍ). ລາຍການສ້າງກາລະໂອກາດໃຫ້ບັນດາວິສາຫະກິດທ່ອງທ່ຽວ ຫວຽດນາມ ໄດ້ສຳພັດ, ແລກປ່ຽນຂໍ້ມູນຂ່າວ, ໂຄສະນາຮູບພາບເຖິງບັນດາຄູ່ຮ່ວມມື ອິນໂດເນເຊຍ, ດຶງດູດນັກທ່ອງທ່ຽວ ອິນໂດເນເຊຍ ໄປທ່ອງທ່ຽວ ຫວຽດນາມ. ຍຸດທະສາດ Marketing ທ່ອງທ່ຽວຮອດປີ 2020 ຊຶ່ງ ຫວຽດນາມພວມປະຕິບັດຖື ອິນໂດເນເຊຍ ເປັນຕະຫລາດທ່ອງທ່ຽວທີ່ສຳຄັນ. ເຖິງວ່າ, ຈຳນວນນັກທ່ອງທ່ຽວ ອິນໂດເນເຊຍ ມາທ່ອງທ່ຽວ ຫວຽດນາມ ບໍ່ທັນຫລາຍກໍຕາມ, ແຕ່ໃນອະນາຄົດຈະມີຫລາຍເງື່ອນໄຂສະດວກເພື່ອຊ່ວຍການພັດທະນາແຫຼ່ງນັກທ່ອງທ່ຽວຈາກຕະຫລາດນີ້.