ໂຄສະນາກ່ຽວກັບສິລະປະຟ້ອນຕຸກກະຕານ້ຳຫວຽດນາມ ຢູ່ກຸຍບາ

ໂຄສະນາກ່ຽວກັບສິລະປະຟ້ອນຕຸກກະຕານ້ຳຫວຽດນາມ ຢູ່ກຸຍບາ - ảnh 1
(ຟ້ອນ​ຕຸກກະຕາ​ນ້ຳ)

(vovworld) – ຄະນະ​ສິລະ​ປະຟ້ອນ​ຕຸກກະຕາ​ນ້ຳ ທັງ​ລອງ ​ໄດ້​ຈັດ​ຕັ້ງ​ບັນດາ​ລາຍການ​ສະ​ແດງຟ້ອນ​ຕຸກກະຕາ​ນ້ຳ​ທີ່​ເປັນ​ເອກະລັກ​ສະ​ເພາະ, ​ເຂັ້ມຂົ້ນ​ໄປ​ດ້ວຍ​ສີສັນ​ຊາດຂອງ​ຫວຽດນາມ ​ໃຮັບ​ໃຊ້​ຜູ້​ຊົນ​ກຸຍ​ບາ ນັບ​ພັນ​ຄົນແຕ່​ວັນ​ທີ 16 – 20/08, ຢູ່​ໂຮງ​ກາຍຍະ​ສິນ Carpa Trompoloco ທີ່​ນະຄອນຫຼວງ La Habana. ນີ​ແມ່ນ​ການ​ໄປສະ​ແດງ​ຄັ້ງ​ທີ 2 ຂອງ​ບັນດາ​ນັກ​ສິລະ​ປີນຟ້ອນ​ຕຸກກະຕາ​ນ້ຳ ຫວຽດນາມ ​ເຖິງ​ປະ​ເທດເກາະເຂດ Caribe ນີ້. ພວກ​ເດັກນ້ອຍ​ກຸຍ​ບາ ນິຍົມ​ບັນ​ດາລາ​ຍການສະ​ແດງ​ສິລະ​ປະ​ຟົດ​ຟື້ນ​ມ່ວນ​ຊື່ນ​ຄື ຫາ​ປາ, ຊົນ​ຄວາຍ, ຟ້ອນ​ມັງກອນ​…. ນີ້​ເປັນ​ຄັ້ງ​ທີ 2 ທີ່​ຜູ້​ຊົມ​ກຸຍ​ບາ ​ໄດ້​ຮັບ​ຊົມ​ຮຸບ​ແບບ​ສິລະ​ປະ​ໜຶ່ງ​ດຽວ​ຢູ່​ໃນ​ໂລກ​ຂອງ​ຫວຽດນາມ.

ຂ່າວ/ບົດ​ອື່ນ