ໂຄສະນາພາບພົດ ຫວຽດນາມ ຢູ່ບຣາຊິນ
(VOVWORLD) -ທີ່ເຫດການ, ທ່ານນາງເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ບຣາຊິນ ຟ້າມທິກິມຮວາ ເນັ້ນໜັກວ່າ ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍໃນການເຊື່ອມຕໍ່ກັບບັນດາວິສາຫະກິດ, ເປີດກວ້າງບັນດາກາລະໂອກາດຮ່ວມມືກໍ່ຄືກາລະໂອກາດເພື່ອໂຄສະນາພາບພົດ ຫວຽດນາມ ຢູ່ບຣາຊິນ.
ທ່ານນາງເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ບຣາຊິນ ຟ້າມທິກິມຮວາ ກ່າວຄຳເຫັນ ທີ່ ເຫດການ (ພາບ: TTXVN) |
ຫວ່າງມໍ່ໆມານີ້, ຢູ່ນະຄອນຫຼວງ Brasilia, ບຣາຊິນ, ສະຖານທູດ ຫວຽດນາມ ປະຈຳ ບຣາຊິນ ໄດ້ສົມທົບກັບສະຫະພັນການຄ້າສິນຄ້າ, ການບໍລິການ ແລະ ການທ່ອງທ່ຽວ ຂອງເມືອງ Fecomercio-DF ພ້ອມກັບສະຖາບັນສົ່ງອອກໜຸ່ມ (IJEx) ຈັດເຫດການ “ກາເຟ ພ້ອມກັບເອກອັກຄະລັດຖະທູດ - ແບບ ຫວຽດນາມ”. ສະຖານທູດ ຫວຽດນາມ ປະຈຳ ບຣາຊິນ ໄດ້ວາງສະແດງບັນດາຜະລິດຕະພັນ ຫັດຖະກຳ, ຜະລິດຕະພັນກະເສດ, ພາບຖ່າຍ ແລະ ສາຍບັນດາຄຼິບວີດີໂອ ໂຄສະນາກ່ຽວກັບການທ່ອງທ່ຽວ ຫວຽດນາມ.
ທີ່ເຫດການ, ທ່ານນາງເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ບຣາຊິນ ຟ້າມທິກິມຮວາ ເນັ້ນໜັກວ່າ ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍໃນການເຊື່ອມຕໍ່ກັບບັນດາວິສາຫະກິດ, ເປີດກວ້າງບັນດາກາລະໂອກາດຮ່ວມມືກໍ່ຄືກາລະໂອກາດເພື່ອໂຄສະນາພາບພົດ ຫວຽດນາມ ຢູ່ບຣາຊິນ. ທ່ານເອກອັກຄະລັດຖະທູດ ໃຫ້ຮູ້ວ່າ ຫວຽດນາມ ຍາມໃດກໍ່ກຽມພ້ອມການຕ້ອນຮັບບັນດາແນວຄິດຮ່ວມມືໃໝ່ກັບບັນດາວິສາຫະກິດ ບຣາຊິນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນເສດຖະກິດ - ການຄ້າ ລະຫວ່າງສອງປະເທດ.