ໂຄສະນາພາບພົດປະເທດຫວຽດນາມຢູ່ລັດເຊຍ
ການພົບປະສັງສັນ ກັບບັນດານັກທຸລະກິດ ແລະ ນັກຂ່າວ ລັດເຊຍ ແລະ ຫວຽດນາມ
(ພາບ: internet)
Vovworld- ຕອນບ່າຍວັນທີ 20/3, ສະຖານທູດຫວຽດນາມປະຈຳສະຫະພັນ ລັດເຊຍໄດ້ຈັດຕັ້ງການ ພົບປະສັງສັນ ກັບບັນດານັກທຸລະກິດ ແລະ ນັກຂ່າວ ລັດເຊຍ ແລະ ຫວຽດນາມ, ແນໃສ່ເພີ່ມທະວີການໂຄສະນາພາບພົດປະເທດຫວຽດນາມ, ຊຸກຍູ້ການແລກປ່ຽນ ແລະ ຮ່ວມມືໃນທຸກຂົງເຂດລະຫວ່າງ 2 ປະເທດ. ກ່າວຄຳເຫັນນະທີ່ນີ້, ທ່ານ ເອກອັກຄະລັດຖະທູດຫວຽດນາມປະຈຳ ສະຫະພັນລັດເຊຍ ຝ້າມຊວນເຊີນ ໄດ້ສະແດງຄວາມຫວັງວ່າ ບັນດາ ວິສາຫະກິດ ແລະ ພາຫະນະສື່ມວນຊົນຂອງ 2 ປະເທດ ຈະສືບຕໍ່ປະກອບ ສ່ວນສຳຄັນເຂົ້າ ໃນການພັດທະນາການ ພົວພັນຄູ່ຮ່ວມມືຍຸດທະສາດ, ມິດຕະພາບທີ່ເປັນມູນເຊື້ອ ຊຶ່ງໄດ້ມີມາແຕ່ດົນນານລະຫວ່າງ 2 ຝ່າຍ. ທ່ານ Camucop Mikhaiin Madimovic ຮອງຜູ້ອຳນວຍການສຳນັກຂ່າວສານ Itar- tass ເວົ້າວ່າ :
“ ໃນໄລຍະມໍ່ໆມານີ້, ເມື່ອຢູ່ຫວຽດນາມ, ຂ້າພະເຈົ້າໄດ້ເຫັນປະຈັກຕາການພັດທະນາຢ່າງ ແຂງແຮງຢູ່ປະເທດພວກເພື່ອນ. ປະຈຸບັນ, ຂ້າພະເຈົ້າເອງໄດ້ເຂົ້າໃຈວ່າ ອາດຈະຮຽນນຳພວກເພື່ອນຫວຽດນາມອັນໃດອັນໜຶ່ງ. ຂ້າພະເຈົ້າໄດ້ເຕີບໃຫຍ່ພ້ອມກັບຊື່ສຽງຂອງສະຖານທີຕ່າງໆຄື ໂຮງງານໄຟຟ້າພະລັງຄວາມຮ້ອນ ຝາຫຼ້າຍ, ໂຮງງານໄຟຟ້ານ້ຳຕົກ ຮ່ວາບີງ, ຂົວ ທັງລອງ.... ແລະຂ້າພະເຈົ້າປາດທະໜາວ່າບັນດາໂຄງການຮ່ວມມືໃນຂົງເຂດໄຟຟ້ານິວເຄຼຍລະຫວ່າງ 2 ປະເທດ ຈະກາຍເປັນສັນຍາລັກແຫ່ງນ້ຳໃຈມິດຕະພາບຂອງພວກເຮົາ. ຂ້າພະເຈົ້າ ຖືວ່າບັນດາພາຫະນະສື່ມວນຊົນ ຕ້ອງສ່ອງແສງດ້ວຍລະດັບສູຸງກ່ຽວກັບຄວາມຕ້ອງການຂອງທັງ 2 ຝ່າຍ ແລະ ສຳນັກຂ່າວສານ Itar- tass ຈະປະສ່ວນ ຢ່າງຕັ້ງໜ້າເຂົ້າໃນໂຄງການນີ້ ”