ໂຄສະນາສິ່ງຍອດຍິ່ງ ຂອງໝູ່ບ້ານອາຊີບມູນເຊື້ອ ຫວຽດນາມ
ການປະຊຸມຂ່າວກ່ຽວກັບງານມະໂຫລານ
(ພາບ: http://hanoitv.vn )
(vovworld) –ງານມະໂຫລານທ່ອງທ່ຽວໝູ່ບ້ານອາຊີບຮ່າໂນ້ຍ 2014 ຈະຖືກຈັດຂຶ້ນແຕ່ວັນທີ 9-12/10 ຢູ່ຮ່າໂນ້ຍ ໂດຍມີການເຂົ້າຮ່ວມຂອງຫົວໜ່ວຍເກືອບ 200 ແຫ່ງຂອງຮ່າໂນ້ຍ ພ້ອມກັບທ້ອງຖິ່ນຕ່າງໆທັງຢູ່ພາຍໃນ ແລະ ຕ່າງປະເທດ ດ້ວຍຮ້ານວາງສະແດງເກືອບ 200 ຮ້ານ. ງານມະໂຫລານຈະໄດ້ແບ່ງເປັນ 9 ເຂດ, ລວມມີ: ເຂດໝູ່ບ້ານອາຊີບມູນເຊື້ອຂອງຮ່າໂນ້ຍ, ເຂດວາງສະແດງຂອງພະແນກວັດ ທະນະທຳ, ກິລາ, ທ່ອງທ່ຽວບັນດາແຂວງ ແລະ ໝູ່ບ້ານອາຊີບພາຍໃນປະເທດ, ເຂດອາຫານການກິນ, ເຂດວາງສະແດງທ່ອງທ່ຽວ, ເຂດລະຫຼີ້ນພື້ນເມືອງ…ນອກຈາກນັ້ນແລ້ວ, ຄະນະຈັດຕັ້ງກໍ່ຈັດການສະແດງສິລະປະ, ການລະຫຼີ້ນພື້ນເມືອງ, ສະແດງມວຍພື້ນເມືອງ…ພິເສດ, ໃນໄລຍະຈັດງານມະໂຫລານ, ບັນດາວິສາຫະກິດຈະຫລຸດລາຄາລາຍການທ່ອງທ່ຽວ ເພື່ອປະຕິບັດຂະບວນການສົ່ງເສີມການທ່ອງທ່ຽວພາຍໃນ./.