ໂຄສະນາອະທິປະໄຕຊາຍແດນ, ທະເລເກາະ ໃຫ້ນັກຮຽນ

ໂຄສະນາອະທິປະໄຕຊາຍແດນ, ທະເລເກາະ ໃຫ້ນັກຮຽນ - ảnh 1

ພາບປະກອບ

(vovworld) - ວັນ​ທີ 15/3, ຢູ່​ນະຄອນ​ແຣກຢ໋າ, ​ແຂວງ​ກຽນ​ຢາງ, ກອງ​ບັນຊາ​ການ​ ຕຳຫຼວດ​ທະ​ເລ​ເຂດ 4, ສົມທົບ​ກັບ viettel ​ແຂວງ​ກຽນ​ຢາງ ​ແລະ ​ໂຮງຮຽນ​ມັດທະຍົມ​ຕອນ​ຕົ້ນ ​ເລກ​ວີ໋ດົນ, ຈັດ​ຕັ້ງ​ການ​ເສັງ “ນ້ອງຮັກ​ແພງ​ທະ​ເລ, ​ເກາະ​ຂອງ​ບ້ານ​ເກີດ​ເມືອງ​ນອນ“. ມີ​ນັກຮຽນ 84 ຄົນໄດ້​ຮັບ​ເລືອກ​ເຟັ້ນ​ເຂົ້າ​ຮ່ວມ​ການ​ເສັງ. ການ​ເສັງ​ນີ້​ລວມມີ 40 ຄຳ​ຖາມ​ປະລະ​​ໄນ, ​​ດ້ວຍເນື້ອ​ໃນ​ກ່ຽວຂ້ອງ​ເຖິງ​ສົນທິສັນຍາ​ສາກົນ ​ແລະ ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982; ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ຫວຽດນາມ​ ປີ 2012; ບົດບາດ, ໜ້າ​ທີ່, ມູນ​ເຊື້ອ​ຂອງ​ກຳລັງ​ຕຳຫຼວດ​ທະ​ເລ​ຫວຽດນາມ… ທີ່​ການ​ເສັງ, ກອງ​ບັນຊາ​ການ​ ​ຕຳຫຼວດ​ທະ​ເລ​ເຂດ 4 ກໍ່​ໄດ້​ມອບ​ທຶນ​ສຶກສາ​ໃຫ້ນັກຮຽນທຸກ​ຍາກ ແຕ່​ຮຽນ​ເກັ່ງ 10 ຄົນ, ​ແຕ່ລະ​ທຶນ​ມີ​ມູນ​ຄ່າ 500.000 ດົ່ງ.

ຂ່າວ/ບົດ​ອື່ນ