ໂຄສະນາເຜີຍແຜ່ປະເທດຊາດ, ວັດທະນະທຳຜ່ານ “ວັນຫວຽດນາມ” ຢູ່ນິວຊີແລນ

(VOVWORLD) -ເມື່ອມໍ່ໆມານີ້ ຢູ່ນະຄອນຫຼວງ Wellington ຂອງປະເທດນິວຊີແລນ, ສະມາຄົມນັກສຶກສາຫວຽດນາມ ຢູ່ມະຫາວິທະຍາໄລ Victoria – Wellington (VSAW) ໄດ້ຈັດຕັ້ງ “ວັນຫວຽດນາມ (Viet Nam Day) ດ້ວຍຫົວຂໍ້ V – District: A Step To Vietnam”.

ໂຄສະນາເຜີຍແຜ່ປະເທດຊາດ, ວັດທະນະທຳຜ່ານ “ວັນຫວຽດນາມ” ຢູ່ນິວຊີແລນ - ảnh 1

ໂຄສະນາເຜີຍແຜ່ປະເທດຊາດ, ວັດທະນະທຳຜ່ານ “ວັນຫວຽດນາມ” ຢູ່ນິວຊີແລນ 

(ພາບ: Vietnam+)

ນີ້ແມ່ນເຫດການການພົບປະແລກປ່ຽນວັດທະນະທຳ - ອາຫານການກິນ ໄດ້ຈັດຕັ້ງເປັນປະຈຳປີ ຢູ່ນະຄອນຫຼວງ Wellington ເພື່ອແນໃສ່ໂຄສະນາເຜີຍແຜ່ພາບພົດຂອງປະເທດຊາດ, ຊາວຫວຽດນາມ, ວັດທະນະທຳ ແລະ ອາຫານການກິນ ຫວຽດນາມ ເຖິງປະຊາຊົນປະເທດປະຈຳຖິ່ນພ້ອມດ້ວຍໄວໜຸ່ມກໍ່ຄືນັກສຶກສາ ນິວຊີແລນ ແລະ ສາກົນ.

        ຕະຫຼອດປີຜ່ານມາ, “ວັນຫວຽດນາມ” ແມ່ນເຫດການວັດທະນະທຳ - ອາຫານການກິນ ໂດຍ VSAW ຈັດຕັ້ງດ້ວຍການໜູນຊ່ວຍ ແລະ ເຂົ້າຮ່ວມຢ່າງຕັ້ງໜ້າຂອງສະຖານທູດຫວຽດນາມ, ປະຊາຄົມຊາວຫວຽດນາມ ຢູ່ນະຄອນຫຼວງ Wellington ກໍ່ຄືຄະນະຄຸ້ມຄອງງານຕະຫຼາດກາງຄືນ ທີ່ຂຶ້ນກັບສະພານະຄອນຫຼວງ Wellington. “ວັນຫວຽດນາມ 2017” - ແມ່ນເຫດການໄດ້ຈັດຕັ້ງຂຶ້ນກາງແຈ້ງເປັນຄັ້ງທຳອິດ ໃນຊຸມປີຜ່ານມາແມ່ນໄດ້ດຳເນີນດ້ວຍຜົນສຳເລັດອັນຈົບງາມ, ຊຶ່ງໄດ້ຮັບການຕອບສະໜອງຢ່າງຕັ້ງໜ້າຂອງແຂກເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ ແລະ ໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງໃນດວງໃຈເພື່ອນມິດປະເທດປະຈຳຖິ່ນ ແລະ ສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ