ໂທລະພາບແຫ່ງຊາດລາວອອກອາກາດລາຍການຂ່າວເປັນພາສາຫວຽດຢ່າງເປັນທາງການ
ມິ້ບິ່ງ, ນັກຂ່າວ VOV ປະຈຳລາວ -  
(ໂທລະພາບແຫ່ງຊາດລາວອອກອາກາດ
ລາຍການຂ່າວເປັນພາສາຫວຽດຢ່າງເປັນທາງການ)
(vovworld) – ເລີ່ມແຕ່ວັນທີ 02/09, ໂທລະພາບແຫ່ງຊາດລາວ ໄດ້ອອກອາກາດລາຍການຂ່າວເປັນພາສາຫວຽດ ຢ່າງເປັນທາງການ. ນີ້ແມ່ນຂ່າວທີ່ສ່ອງແສງເຫດການພາຍໃນ ແລະ ຕ່າງປະເທດດ້ວຍພາສາຫວຽດ. ລາຍການຂ່າວເປັນພາສາຫວຽດ ໂດຍພະແນກຂ່າວເປັນພາສາຫວຽດ, ໂທລະພາບແຫ່ງຊາດລາວ ປະຕິບັດ, ເພື່ອໂຄສະນາແນວທາງ, ນະໂຍບາຍຂອງພັກ ແລະ ລັດລາວ ຊ່ວຍຊາວຫວຽດນາມ ພວມດຳລົງຊີວິດ ແລະ ເຮັດວຽກຢູ່ລາວ, ກໍຄືຢູ່ພາກພື້ນ ແລະ ໃນໂລກ ມີຄວາມຮູ້ກ່ຽວກັບແນວທາງຂອງພັກ ແລະ ລັດຖະບານລາວ. ທ່ານ ບຸນເຈົ້າ ພິຈິດ, ຜູ້ອໍານວຍການໃຫຍ່ໂທລະພາບແຫ່ງຊາດລາວ ໃຫ້ຮູ້ວ່າ.
(ທ່ານ ບຸນເຈົ້າ ພິຈິດ, ຜູ້ອໍານວຍການໂທລະພາບແຫ່ງຊາດລາວ)
ທ່ານ ຫງວຽນແມ້ງຮຸ່ງ, ເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ຖືວ່າ, ເລື່ອງໂທລະພາບລາວ ອອກອາກາດລາຍການຂ່າວເປັນພາສາຫວຽດ ກົງກັບໂອກາດສະເຫຼີມສະຫຼອງວັນຊາດຫວຽດນາມ ແມ່ນມີຄວາມໝາຍອັນໃຫຍ່ຫຼວງ.
“ຂ້າພະເຈົ້າໄດ້ຕີລາຄາສູງການສະເໜີຕົວ ແລະ ອອກອາກາດລາຍການຂ່າວເປັນພາສາຫວຽດ ຂອງໂທລະພາບແຫ່ງຊາດລາວ ແລະ ຫວັງວ່າ, ໂທລະພາບແຫ່ງຊາດລາວ ຈະມີບັນດາລາຍການທີ່ອຸດົມສົມບູນ, ມີຊີວິດຊີວາ ເພື່ອຮັບໃຊ້ຜູ້ຊົມໂທລະພາບຢູ່ລາວ ເວົ້າລວມ, ຢູ່ນະຄອນຫຼວງວຽງຈັນ ເວົ້າສະເພາະ ແລະ ບໍ່ພຽງແຕ່ເພື່ອຮັບໃຊ້ຜູ້ຊົມທີ່ຮູ້ພາສາຫວຽດ ເທົ່ານັ້ນ, ຫາກເຮັດໃຫ້ຈຳນວນຜູ້ຊົມໂທລະພາບຮູ້ພາສາຫວຽດ ນັບມື້ນັບຫຼາຍກວ່າ. ຂ້າພະເຈົ້າເຊື່ອໝັ້ນວ່າ, ພວກເພື່ອນຈະບັນລຸຜົນສຳເລັດອັນດີງາມ”.
ລາຍການຂ່າວເປັນພາສາຫວຽດ ຂອງໂທລະພາບແຫ່ງຊາດລາວ ໄດ້ອອກອາກາດແຕ່ວັນຈັນ ຫາວັນສຸກ ຂອງທຸກອາທິດ, ເປັນເວລາ 15 ນາທີ, ລວມມີຂ່າວພາຍໃນປະເທດ, ຂ່າວຕ່າງປະເທດ ແລະ ລາຍການພະຍາກອນອາກາດ.
ມິ້ບິ່ງ, ນັກຂ່າວ VOV ປະຈຳລາວ