ໂທລະເລກ, ຈົດໝາຍຢື້ຢາມຖາມຂ່າວຕໍ່ເລື່ອງ ຫວຽດນາມ ຖືກຜົນສະທ້ອນຈາກພາຍຸ Yagi

(VOVWORLD) - ອັງກິດ ພ້ອມແລ້ວຈະສະໜອງເຄື່ອງອຸປະຖຳ, ໜູນຊ່ວຍ ຫວຽດນາມ ຟື້ນຟູການດຳລົງຊີວິດ.
ໂທລະເລກ, ຈົດໝາຍຢື້ຢາມຖາມຂ່າວຕໍ່ເລື່ອງ ຫວຽດນາມ ຖືກຜົນສະທ້ອນຈາກພາຍຸ Yagi  - ảnh 1 ຫວຽດນາມ ຖືກເສຍຫາຍຢ່າງໜັກໜ່ວງຈາກພາຍຸ Yagi
(ພາບປະກອບ: TTXVN)

        ເມື່ອແບ່ງປັນກັບ ຫວຽດນາມ ກ່ຽວກັບບັນດາຄວາມເສຍຫາຍຢ່າງໜັກໜ່ວງຈາກພາຍຸ Yagi ກໍ່ຂຶ້ນ, ການນຳຂັ້ນສູງບັນດາປະເທດສືບຕໍ່ສົ່ງຈົດໝາຍ, ໂທລະເລກມາຢື້ຢາມຖາມຂ່າວເຖິງການນຳພັກ, ລັດ ແລະ ປະຊາຊົນ ຫວຽດນາມ.

        ການນຳບັນດາທ່ານຄື: ກະສັດ ບຣູໄນ, ນາຍົກລັດຖະມົນຕີ ສິງກະໂປ, ເຈົ້າຊີວິ ໄທ, ນາຍົກລັດຖະມົນຕີ ໄທ, ນາຍົກລັດຖະມົນຕີ ເຢຍລະມັນ, ເຈົ້າຊີວິດ ແອັດສະປາຍ, ຄະນະກຳມະການເອີລົບ, ເຈົ້າຊີວິດ ນອກແວ, ປະທານາທິບໍດີ ຢູເບກິດສະຖານ, ການນຳພັກກອມມູນິດ ບັນດາປະເທດ: ອິນເດຍ, ປອກຕຸຍການ, ຝລັ່ງ ໄດ້ສົ່ງໂທລະເລກ, ຈົດໝາຍມາຢື້ຢາມຖາມຂ່າວ, ແບ່ງປັນກັບ ຫວຽດນາມ ກ່ຽວກັບບັນດາຄວາມຫຍຸ້ງຍາກ, ຄວາມເສຍຫາຍຢ່າງໃຫຍ່ຫຼວງທາງດ້ານຊີວິດອິນຊີທີ່ພາຍຸ Yagi ກໍ່ຂຶ້ນ, ສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງເຖິງພັກ, ລັດ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ, ພິເສດແມ່ນບັນດາຄອບຄົວຖືກຜົນສະທ້ອນໂດຍກົງຈາກພາຍຸ.

        ທ່ານນາຍົກລັດຖະມົນຕີ ອັງກິດ ກໍ່ໄດ້ສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈເຖິງລັດຖະບານ ແລະ ປະຊາຊົນ ຫວຽດນາມ, ສະແດງຄວາມປະທັບໃຈຕໍ່ບັນດາຄວາມມານະພະຍາຍາມຂອງລັດຖະບານ, ກຳລັງກອງທັບ, ຕຳຫຼວດ ຫວຽດນາມ ກໍຄືບັນດາທ້ອງຖິ່ນໃນການຮັບມືກັບໄພທຳມະຊາດນີ້; ທ່ານຢືນຢັນວ່າ, ອັງກິດ ພ້ອມແລ້ວຈະສະໜອງເຄື່ອງອຸປະຖຳ, ໜູນຊ່ວຍ ຫວຽດນາມ ຟື້ນຟູການດຳລົງຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ