ໂທລະເລກສະແດງຄວາມເສົ້າສະຫຼົດໃຈຂອງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ

ໂທລະເລກສະແດງຄວາມເສົ້າສະຫຼົດໃຈຂອງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ - ảnh 1
ທ່ານ ສະໝານ ວິ​ຍາ​ເກດ, ໃນການຢ້ຽມຢາມ ມະຫາວິທະຍາໄລ ກູຍເຍີນປີ 2009
(ພາບ: Viết Ý/ສຳນັກຂ່າວສານ ຫວຽດນາມ)

(vovworld) –  ​ໂດຍ​ໄດ້​ຮັບ​ຂ່າວ​ວ່າ ທ່ານ ສະໝານ ວິ​ຍາ​ເກດ, ອະດີດ​ກຳມະການ​ສູນ​ກາງ​ພັກ​ຊຸ​ດທີ 2, 3, ອະດີດ​ເລຂາ​ສູນ​ກາງ​ພັກ​ຊຸດ​ທີ 3, ອະດີດ​ກຳມະການ​ກົມ​ການ​ເມືອງ​ຊຸດ​ທີ 4, 5, 6, 7, 8, ອະດີດ​ປະທານ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 3, 4, 5, ອະດີດ​ຫົວໜ​້າຄະນະ​ຈັດ​ຕັ້ງ​ສຸູນກາງ, ອະດີດ​ລັດຖະມົນຕີ​ກະຊວງ​ສຶກສາທິການ, ອະດີດ​ຮອງ​ລັດຖະມົນ​ຕີ​ກະຊວງ​ປ້ອງ​ກັນປະເທດ, ອະດີດ​ຫົວໜ້າ​ກົ​ມ​ໃຫຍ່​ການ​ເມືອງ​ກອງທັບ​ປະຊາຊົນ​ລາວ, ອະດີດ​ຫົວໜ້າ​ຄະນະ​ຊີ້​ນຳ​ວຽກ​ງານ​ແນວ​ຄິດ, ທິດ​ສະ​ດີ ​ແລະ ວັດທະນະທຳ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ ​​ເຖິງ​ແກ່ມ​ໍລະນະ​ກຳ​ເມື່ອ​ວັນ​ທີ 22/7/2016. ວັນ​ທີ 23/7/2016, ຄະນະ​ບໍລິຫານ​ງາ​ນສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ, ສະພາ​ແຫ່ງ​ຊາດ ຫວຽດນາມ, ປະທານ​ປະ​ເທດ, ລັດຖະບານ ສສ ຫວຽດນາມ ​ໄດ້​ສົ່ງ​ໂທລະ​ເລກ​ແບ່ງ​​ເບົາ​ຄວາມ​ເສົ້າ​ສະຫຼົດ​ໃຈ​ເຖິງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ສະພາ​​ແຫ່ງ​ຊາດ, ປະທານ​ປະ​ເທດ, ລັດຖະບານ ​ແຫ່ງ ສປປ ລາວ.

        ​ແລະ​ກໍ່​ໃນ​ວັນ​ດຽວກັນ, ທ່ານ ຟ້າ​ມບີ່​ງມິ​ງ, ກຳມະການ​ກົມ​ການ​ເມືອງ, ຮອງ​ນາຍົກລັດຖະມົນ​ຕີ, ລັດຖະມົນ​ຕີ​ກະຊວງການ​ຕ່າງປະ​ເທດ​ ຫວຽດນາມ ​ໄດ້​ສົ່ງໂທລະ​ເລກ​​ແບ່ງ​ເບົາ​ຄວາມ​ເສົ້າ​ສະຫຼົດ​ໃຈ​ເຖິງ​ທ່ານ ສະ​ເຫຼີ​ມ​ໄຊ ກົມ​ມະ​ສິດ, ກຳມະການ​ສູນ​ກາງ​ພັກ, ລັດຖະມົນຕີ​ກະຊວງການ​ຕ່າງປະ​ເທດ​ແຫ່ງ​ ສປປ ລາວ.


ຂ່າວ/ບົດ​ອື່ນ