ໂທລະເລກສະແດງຄວາມເສົ້າສະຫຼົດໃຈຕໍ່ເລື່ອງພະບາດສົມເດັດພະເຈົ້າມະຫາຊີວິດໄທສະຫວັນນະຄົດ
ພະບາດສົມເດັດພະເຈົ້າມະຫາຊີວິດ ພູມີພົນ ອະດູນຢາເດດ
ແຫ່ງລາຊະອານາຈັກໄທ ໄດ້ສະຫວັນນະຄົດ
(ພາບ: AFP/TTXVN)
(vovworld) - ໂດຍໄດ້ຮັບຂ່າວວ່າ, ພະບາດສົມເດັດພະເຈົ້າມະຫາຊີວິດ ພູມີພົນ ອະດູນຢາເດດ ແຫ່ງລາຊະອານາຈັກໄທ ໄດ້ສະຫວັນນະຄົດ. ວັນທີ 14/10, ທ່ານປະທານປະເທດຫວຽດນາມ ເຈິ່ນດ້າຍກວາງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ສົ່ງໂທລະເລກສະແດງຄວາມເສົ້າສະຫຼົດໃຈເຖິງພະລາຊີນີ ສິລິກິດ ທ່ານນາຍົກລັດຖະມົນຕີ ປຣາຢຸດ ຈັນໂອຈາ ແລະ ປະທານສະພານິຕິບັນຍັດໄທພອນເພັດ ວິຊິດຊົນໄຊ. ໃນໂທລະເລກມີຕອນຂຽນວ່າ:
ຜ່ານ 70 ປີຂຶ້ນຄອງລາດຂອງພະບາດສົມເດັດພະເຈົ້າມະຫາຊີວິດ ພູມີພົນ ອະດູນຢາເດດ, ລາຊະອານາຈັກ ໄທ ໄດ້ມີການພັດທະນາຢ່າງແຮງ, ແລະ ປະຊາຊົນ ໄທມີຊີວິດອີ່ມໜຳສຳລານ ແລະ ມີຄວາມຜາສຸກ. ໂດຍແມ່ນປະເທດບ້ານໃກ້ເຮືອນຄຽງ ແລະ ເປັນຄູ່ຮ່ວມມືຍຸດທະສາດຂອງ ໄທ, ຍາມໃດ ຫວຽດນາມກໍ່ເຄົາລົບບັນດາການປະກອບສ່ວນຢ່າງຕັ້ງໜ້າຂອງ ພະອົງໃນການຊຸກຍູ້ການພົວພັນຮ່ວມມື ຫວຽດນາມ - ໄທ ໃນຊຸ່ມປີຜ່ານມາ. ຂ້າພະເຈົ້າເຊື່ອໝັ້ນວ່າ, ພະລາຊິນີ, ລາຊະອານາຈັກໄທ ແລະ ປະຊາຊົນ ໄທ ຈະຜ່ານຜ່າການສູນເສຍຢ່າງໃຫຍ່ຫຼວງນີ້ໂດຍໄວ, ສືບຕໍ່ນຳພາປະເທດໄທພັດທະນາຢ່າງແຮງຄືດັ່ງຄວາມມຸ້ງມາດປາຖະໜາຂອງ ພະບາດສົມເດັດພະເຈົ້າມະຫາຊີວິດ ພູມີພົນ ອະດູນຢາເດດ.
ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ກໍ່ສົ່ງໂທລະເລກສະແດງຄວາມເສົ້າສະຫຼົດໃຈເຖິງທ່ານລັດຖະມົນຕີການຕ່າງປະເທດໄທ ປະມັດວິໃນ ເຊັ່ນດຽວກັນ.