(vovworld) - ເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີ ແຫ່ງວັນມູນເຊື້ອນັກຮົບອາສາສະໝັກ ແລະ ນັກຊ່ຽວຊານທະຫານຫວຽດນາມ ທີ່ຊ່ວຍການປະຕິວັດລາວ (30/10/1949-30/10/2014), ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິ ວັດລາວ ໄດ້ຝາກໂທລະເລກອວຍພອນເຖິງຄະນະຕິດຕໍ່ສື່ສານ ແລະ ບັນດາອະດິດ ນັກຮົບອາສາສະໝັກ ແລະ ນັກຊ່ຽວຊານທະຫານຫວຽດນາມ ທີ່ຊ່ວຍການປະຕິວັດລາວ.
ເນື້ອໃນໂທລະເລກຢັ້ງຢືນວ່າ: ພັກ, ລັດຖະບານ ແລະ ປະຊາຊົນລາວຍາມໃດກໍ່ຮັບຮູ້ຢ່າງເລິກເຊິ່ງວ່າໄຊຊະນະແຕ່ລະຄັ້ງຂອງການປະຕິວັດລາວໃນໄລຍະ ຕໍ່ສູ້ກູ້ຊາດເມື່ອກ່ອນກໍ່ຄືໃນໄລຍະປົກປັກຮັກສາ ແລະ ສ້າງສາປະເທດຊາດໃນປະຈຸບັນ, ລ້ວນແຕ່ຕິດພັນກັບການເສຍສະຫຼະທີ່ໃຫຍ່ຫຼວງ, ການຊ່ວຍເຫຼືອອັນລຳ້ຄ່າຂອງພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ, ໃນນັ້ນມີການປະກອບສ່ວນຢ່າງຕັ້ງໜ້າ, ເຕັມໄປດ້ວຍປັນຍາ ແລະ ການເສຍສະຫຼະເລືອດເນື້ອຂອງບັນດານັກຮົບອາສາສະໝັກ ແລະ ນັກຊ່ຽວຊານທະຫານຫວຽດນາມ. ພັກ, ລັດ, ກອງທັບ ແລະ ປະຊາຊົນລາວໄດ້ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ພັກ, ລັດ, ກອງທັບ ແລະ ປະຊາຊົນຫວຽດນາມອ້າຍນ້ອງທີ່ໄດ້ສະຫງວນ ການຊ່ວຍເຫຼືອອັນໃຫຍ່ຫຼວງ, ລຳ້ຄ່າ, ມີປະສິດທິຜົນ ແລະ ທັນເວລາໃນຕະຫຼອດໄລຍະເວລາຜ່ານມາໃຫ້ແກ່ພາລະກິດການປະຕິວັດລາວ, ປະກອບສ່ວນສຳຄັນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກ ຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດ ລາວ-ຫວຽດນາມ.