ໂທ​ລະ​ເລກ​ອວຍ​ພອນ​ປະ​ທາ​ນາ​ທິບ​ໍ​ດີ ອິນ​ໂດ​ເນ​ເຊຍ

(VOVWORLD) - ໃນໂທລະເລກ, ການນຳພັກ, ລັດ, ລັດຖະບານ ຫວຽດນາມ ໄດ້ສະແດງຄວາມເຊື່ອໝັ້ນວ່າ ທ່ານ Joko Widodo ປະທານາທິບໍດີ ແລະ ທ່ານ Maruf Amin ຮອງປະທານາທິບໍດີ ຈະນຳພາປະເທດຊາດ ແລະ ຊາວ ອິນໂດເນເຊຍ ບັນລຸໄດ້ຜົນງານໃໝ່ຫຼາຍຢ່າງ

ເນື່ອງໃນໂອກາດທ່ານ Joko Widodo ໄດ້ຮັບໄຊຊະນະໃນການເລືອກຕັ້ງປະທານາທິບໍດີ ອິນໂດເນເຊຍຄືນໃໝ່ໃນອາຍຸການ 2019 -2024, ໃນວັນທີ 21 ພຶດສະພາ 2019, ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ແລະ ທ່ານ ຫງວຽນຊວັນຟຸກ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ສົ່ງ ບັນດາໂທລະເລກອວຍພອນ.

ກໍ່ໃນວັນດຽວກັນ, ທ່ານນາງ ດັ້ງທິງອັກທິ້ງ ຮອງປະທານປະເທດ ຫວຽດນາມ ໄດ້ສົ່ງໂທລະເລກອວຍພອນເຖິງ ທ່ານ Maruf Amin ຮອງປະທານາທິບໍດີ ອິນໂດເນເຊຍ ທີ່ຫາກໍ່ໄດ້ຮັບໄຊຊະນະໃນການເລືອກຕັ້ງ.

ໃນໂທລະເລກ, ການນຳພັກ, ລັດ, ລັດຖະບານ ຫວຽດນາມ ໄດ້ສະແດງຄວາມເຊື່ອໝັ້ນວ່າ ທ່ານ Joko Widodo ປະທານາທິບໍດີ ແລະ ທ່ານ Maruf Amin ຮອງປະທານາທິບໍດີ ຈະນຳພາປະເທດຊາດ ແລະ ຊາວ ອິນໂດເນເຊຍ ບັນລຸໄດ້ຜົນງານໃໝ່ຫຼາຍຢ່າງ, ພ້ອມທັງດ້ວຍຄວາມມານະພະຍາຍາມ ແລະ ຕັດສິນໃຈຂອງການນຳສອງປະເທດ, ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອິນໂດເນເຊຍ ຈະສືບຕໍ່ພັດທະນາຢ່າງແຮງ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນຂອງປະຊາຄົມ ອາຊຽນ.


ຕອບກັບ

ຂ່າວ/ບົດ​ອື່ນ