ໂທ​ລະ​ເລກອວຍ​ພອນວັນ​ຊາດ​ປະ​ເທດສາ​ທາ​ລະ​ນະ​ລັດ ໂມ​ຊຳ​ບິກ

(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງຄັ້ງທີ 45 ແຫ່ງວັນຊາດ ໂມຊຳບິກ, ພ້ອມທັງແມ່ນວັນສ້າງຕັ້ງການພົວພັນດ້ານການທູດລະຫວ່າງສ.ສ ຫວຽດນາມ ແລະ ສ.ໂມຊຳບິກ (25/6/1975 - 25/6/2020), ໃນວັນທີ 24 ມິຖຸນາ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ສົ່ງໂທລະເລກອວຍພອນເຖິງ ທ່ານ Filipe Jacinto Nyusi ປະທານາທິບໍດີ ໂມຊຳບິກ.
ໂທ​ລະ​ເລກອວຍ​ພອນວັນ​ຊາດ​ປະ​ເທດສາ​ທາ​ລະ​ນະ​ລັດ ໂມ​ຊຳ​ບິກ - ảnh 1 ພາບປະກອບ

ກໍ່ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ກໍ່ໄດ້ສົ່ງໂທລະເລກອວຍພອນເຖິງທ່ານນາຍົກລັດຖະມົນຕີ ໂມຊຳບິກ Calos Agostinho do Rosário. ເນື່ອງໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ  ໄດ້ສົ່ງໂທລະເລກອວຍພອນເຖິງທ່ານນາງລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມື ໂມຊຳບິກ Verónica Macamo ເຊັນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ