ໂທລະເລກອວຍພອນເນື່ອງໃນໂອກາດ 85 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ
ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ແລະ ທ່ານທ່ານເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ ຈູມມາລີໄຊຍະສອນ |
(vovword)- ເນື່ອງໃນໂອກາດສະເຫຼີມສະຫຼອງ 85 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ (3/2/1930-3/2/2015) ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ແລະ ຄະນະບໍລິຫານງານສູນກາງພັກປະຊາຊົນກຳປູເຈຍ ໄດ້ສົ່ງໂທລະເລກອວຍພອນເຖິງ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ. ໃນໂທລະເລກອວຍພອນ, ພັກປະຊາຊົນປະຕິວັດລາວ ແລະ ປະຊາຊົນລາວບັນດາເຜົ່າມີຄວາມເຊື່ອໝັ້ນວ່າ ໂດຍພາຍໃຕ້ການຊີ້ນຳນຳພາອັນສະຫຼາດສ່ອງໃສຂອງ ພັກກອມມູນິດຫວຽດນາມ ໂດຍທ່ານເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງນຳໜ້າ, ປະຊາຊົນຫວຽດນາມຈະສືບຕໍ່ຍາດໄດ້ຫຼາຍຜົນງານໃໝ່ທີ່ຍິ່ງໃຫຍ່ກ່ວາເກົ່າໃນການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກຢ່າງມີໄຊ, ເຮັດສຳເລັດຈຸດໝາຍປະໍຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສີວິໄລ. ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າຈະເຮັດຈົນສຸດຄວາມສາມາດຂອງຕົນພ້ອມກັບຫວຽດນາມຮັກສາ, ພັດທະນາສາຍພົວພັນ, ນ້ຳໃຈສາມັກຄີແບບພິເສດເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ, ເພື່ອສັນຕິພາບ, ມິດຕະພາບ, ການຮ່ວມມືໃນພາກພື້ນ ແລະ ໃນໂລກ.