ໂທລະເລກອວຍສະເຫຼີມ ສະຫຼອງຄັ້ງທີ 83 ແຫ່ງວັນ ສະຖາປະນາລາຊະອານາຈັກ ຊາອຸດີ ອາຣາບີ
(ພາບປະກອບ)
(vovworld) - ເນື່ອງໃນໂອກາດສະເຫຼີມສະຫຼອງຄັ້ງທີ 83 ແຫ່ງວັນສະຖາປະນາລາຊະອານາຈັກ ຊາອຸດີ ອາຣາບີ (23 ກັນຍາ 1930 – 23 ກັນຍາ 2013). ວັນທີ 22 ກັນຍາ, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ຝາກໂທລະເລກອວຍພອນເຖິງພະບາດສົມເດັດພະເຈົ້າມະຫາຊີວິດ ຊາອຸດີ ອາຣາບີ Abdullah Bin Avdul Aziz Al Saud. ແລະ ກໍ່ໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິນ ກໍ່ຝາກໂທລະເລກອວຍພອນເຖິງທ່ານລັດຖະມົນຕີການຕ່າງປະເທດ ຊາອຸດີ ອາຣາບີ Al – Faysal Bin Abdul Aziz Al Saudi.