ໂມຊຳບິກ ຕີລາຄາປະສິດທິຜົນການຮ່ວມມືດ້ານກະສິກຳກັບ ຫວຽດນາມ

(VOVWORLD) - ລັດຖະບານ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນກັບ Mozambique, ປາດຖະໜາຢາກເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຍູ້ແຮງການຮ່ວມມືກ່ຽວກັບດ້ານເສດຖະກິດຂອງ 2 ປະເທດຕາມບັນດາຂົງເຂດຈຸດສຸມ

ວັນທີ 11 ມິຖຸນາ, ຢູ່ນະຄອນຫຼວງ Maputo, ສະຖານທູດ ຫວຽດນາມ ປະຈຳ ໂມຊຳບິກ ໄດ້ຈັດຕັ້ງກອງປະຊຸມ “ຮ່ວມມືກະສິກຳ ຫວຽດນາມ - Mozambique ໃນສະພາບການໃໝ່” ເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມືທີ່ເປັນມູນເຊື້ອໃນຂົງເຂດເຊິ່ງທັງ 2 ປະເທດຖືວ່າແມ່ນປາຍແຫຼມ.

        ກ່າວຄຳເຫັນນະທີ່ນີ້, ທ່ານ ເລຮູຍຮ່ວາງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ Mozambique ຢັ້ງຢືນວ່າ: ລັດຖະບານ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນກັບ Mozambique, ປາດຖະໜາຢາກເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຍູ້ແຮງການຮ່ວມມືກ່ຽວກັບດ້ານເສດຖະກິດຂອງ 2 ປະເທດຕາມບັນດາຂົງເຂດຈຸດສຸມ, ໃນນັ້ນມີຂົງເຂດກະສິກຳທີ່ປະຈຸບັນ 2 ປະເທດໄດ້ໃຫ້ບຸລິມະສິດ. ທ່ານເອກອັກຄະລັດຖະທູດ ໃຫ້ຮູ້ວ່າ: ຫວຽດນາມ ປາດຖະໜາຢາກສືບຕໍ່ຮ່ວມມືກັບ Mozambique ແລະ ບັນດາປະເທດ ໃນທະວີບ ອາຟິກກາ, ກໍ່ຄືຮຽກຮ້ອງໃຫ້ບັນດາອົງການສາກົນ ພ້ອມກັນຕອບສະໜອງ ແລະ ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມນີ້, ຜ່ານນັ້ນ, ປະກອບສ່ວນຮັບປະກັນຄາດໝາຍຫຼັກອະນາໄມດ້ານສະບຽງອາຫານ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນປະເທດປະຈຳຖິ່ນ.

        ສ່ວນທ່ານລັດຖະມົນຕີກະຊວງກະສິກຳ ແລະ ຄ້ຳປະກັນດ້ານສະບຽງອາຫານ Mozambique Higino Francisco de Marrule ໃຫ້ຮູ້ວ່າ: ປະເທດນີ້ພວມມີບັນດານະໂຍບາຍໃໝ່ເພື່ອແນໃສ່ສົ່ງເສີມວິສາຫະກິດຕ່າງປະເທດ ເຂົ້າມາລົງທຶນ, ພິເສດແມ່ນການກະເສດສຸມປຸກຝັງກະສິກຳ, ປຸງແຕ່ງກະສິກຳ. ລັດຖະມົນຕີໄດ້ຊົມເຊີຍ ແລະ ປາດຖະໜາວ່າບັນດາວິສາຫະກິດ ຫວຽດນາມ ຈະສົນໃຈ, ເພີ່ມທະວີການລົງທຶນເຂົ້າຕະຫຼາດ Mozambique.

ຕອບກັບ

ຂ່າວ/ບົດ​ອື່ນ