ໂລກ ຕັດສິນໃຈເພື່ອ ເສັ່ນຄົນປອດ HIV/AIDS

ໂລກ ຕັດສິນໃຈເພື່ອ ເສັ່ນຄົນປອດ HIV/AIDS - ảnh 1
ຮ່ວມແຮງຮ່ວມໃຈ ຍູ້ ເຊື້ອ HIV / AIDS ໃຫ້ຖອຍໄປ
(ພາບປະກອບ)

(vovworld) - ບັນດາ​ປະ​ເທດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສາກົນ ກ່ຽວ​ກັບ​ເຊື້ອ HIV/AIDS ຄັ້ງ​ທີ 19 ພວມ​ຖືກ​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ ວໍ​ຊິງ​ຕັນ ປະ​ເທດ ອາ​ເມ​ລິ​ກາ ​ໄດ້​ຍົກ​ອອກ​ບັນດາ​ຄຳ​ໝັ້ນ​ສັນຍາ​ໃໝ່ ​ເພື່ອ​ແນ​ໃສ່​ຢຸດຕິ​ອັດ​ຕາ​ການ​ຕາຍ​ຂອງ ​ແມ່ ​ແລະ ​ເດັກ ທີ່​ຕິດ​ເຊື້ອ HIV/AIDS, ພ້ອມ​ທັງ​ປົວ​​ແປງ​ສຸຂະພາບ​ໃຫ້​ແກ່​ເຂົາ​ເຈົ້າ. ທີ່​ມື້​ເຮັດ​ວຽກ​ທີ 2, ບັນດາ​ປະ​ເທດ ​ໄດ​້​ໃຫ້​ຄຳ​ໝັ້ນ​ສັນຍາ​ເພີ່ມ​ທະວີ​ຂອບ​ເຂດ​ຍຸດ​ທະ​ສາດ​ສະກັດ​ກັ້ນການ​ຕິດ​ເຊື້ອ HIV/AIDS ຂອງ​ແມ່ຍິງ​ຖືພາ ​ແລະ ບັນດາ​ກໍ​ລະ​ນີຖືພາ​ໂດຍ​ບໍ່ຖືກ​ຕາມ​ຄວາມ​ຫວັງເພື່ອ​ຢືນຢັນ​ຄວາມ​ຕັດສິນ​ໃຈ​ລົບ​ລ້າງ​ບັນດາ​ກໍລະນີ​ຕິດ​​ເຊື້ອ HIV ໃໝ່ ​ໃນ​ໄວເດັກ ​ໃນ​ປີ 2015 ​ແລະ ຮັກສາຊີວິດ​ຂອງ​ຜູ້​ເປັນ​ແມ່​ຕິດ​ເຊື້ອ HIV/AIDS. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ນາງ​ລັດຖະມົນຕີ​ການ​ຕ່າງປະ​ເທ​ດ ອາ​ເມ​ລິ​ກາ Hillary Clinton ຢືນຢັນ​ຄວາມ​ຕັດສິນ​ຂອງ ອາ​ເມ​ລິ​ກາ ​ມຸງ​ໄປ​ເຖິງ “​ເສັ່ນຄົນ​ປອດ HIV/AIDS”, ພ້ອມ​ທັງ​ປະກາດ​ບ້ວງ​ເງິນ​ໜູນ​ຊ່ວຍ​ເພີ່ມ​ເຕີມ​ກ່ວາ 150 ລ້ານ USD ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ສະກັດ​ກັ້ນ​ພະຍາດ​ອັນຕະລາຍ​ຂອງ​ສະຕະວັດ​ນີ້. ຖະ​ແຫຼ​ງການ​ຂອງ ທ່ານ​ນາງ ​Hillary ໄດ​້ຮັບ​ການ​ຕອບ​ສະໜອງ​ຈາກ​ບັນດາ​ຜູ້​ແທນ​ເຂົ້າ​ຮ່ວມ. “ຄວາມ​ຕັດສິນ​ໃຈ​ເພື່ອ​ມີ​ເສັ່ນ​ຄົນ​ປອດ HIV/AIDS” ບໍ່​ພຽງ​ແຕ່​ແມ່ນ​​ຂອງ ອາ​ເມ​ລິ​ກາ ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ທຸກໆ​ປະ​ເທດ​ໃນ​ໂລກອີກ​ດ້ວຍ. ສະຫະ​ປະຊາ​ຊາດ ​ໄດ້​ວາງ​ຈຸດໝາຍ​ທີ່​ເຕັມ​ໄປ​ດ້ວຍ​ແງ່​ຫວັງ​ວ່າ: ຮອດ​ປີ 2015, ​ໃນ​ໂລກ​ຈະ​ບໍ່​ມີ​ຄົນ​ເຈັບ​ຕິດ​ເຊື້ອ HIV/AIDS ​ໃໝ​່ ​ແລະ ບໍ່​ມີ​ຄົນ​ຕາຍ​ທີ່​ກ່ຽວຂ້ອງ​ເຖິງ​ພະຍາດ​​ສະຕະວັດ​ນີ້.

ຂ່າວ/ບົດ​ອື່ນ