ໂລກກ່າວປະນາມເລື່ອງ ອິດສະລາແອັນ ຫັນເຂດຕັ້ງຖິ່ນຖານຄົງທີຢູ່ຝັ່ງຕາເວັນຕົກຖືກຕາມກົດໝາຍ

ໂລກກ່າວປະນາມເລື່ອງ ອິດສະລາແອັນ ຫັນເຂດຕັ້ງຖິ່ນຖານຄົງທີຢູ່ຝັ່ງຕາເວັນຕົກຖືກຕາມກົດໝາຍ - ảnh 1
ໂລກກ່າວປະນາມເລື່ອງ ອິດສະລາແອັນ ຫັນເຂດຕັ້ງຖິ່ນຖານ
ຄົງທີຢູ່ຝັ່ງຕາເວັນຕົກຖືກຕາມກົດໝາຍ
(ພາບ: TTXVN)

(vovworld) – ​ ​ ພາຍຫລັງ​ສະພາ​ແຫ່ງ​ຊາດ ອິດສະ​ລາ​​ແອັນ ຮັບຮອງ​ເອົາ​ຮ່າງ​ກົດໝາຍ​ສະບັບ​ໜຶ່ງ​ເປັນ​ເວລາ​ໜຶ່ງ​ວັນ ​ເພື່ອ​ແນ​ໃສ່​ຫັນ​ເຂດ​ຕັ້ງ​ຖິ່ນ​ຖານ​ຄົງ​ທີໃຫ້ຊາວຢິວທີ່ກໍ່ສ້າງບົນ​ດິນ​ແດນ​ຂອງ​ຊາວ ປາ​ແລັດ​ສະຕິ​ນ ຢູ່ຝັ່ງ​ຕາ​ເວັນ​ຕົກຖືກ​ຕາມ​ກົດໝາຍ, ວັນ​ທີ 07/02 ສະຫະ​ປະຊາ​ຊາດ ​ແລະ ຫລາຍ​ປະ​ເທດ​ໃນ​ໂລກ​ພ້ອມກັນ​ຕຳ​ໜິຕິຕຽນ​ຄຳ​ຕັດສິນ​ດັ່ງກ່າວ ​ແລະ ຖື​ວ່າ: ສິ່ງ​ດັ່ງ​ກ່າວ​ຈະ​ນາບ​ຂູ່​ຢ່າງ​ຮ້າຍ​ແຮງ​​ເຖິງວິວັດທະນາ​ການ​ສັນຕິພາບ​ຢູ່ຕາ​ເວັນ​ອອກ​ກາງ. ​ເມື່ອ​ແລກປ່ຽນ​ຕໍ່​ວົງ​ການ​ນັກ​ຂ່າວ​ໃນ​ວັນ​ທີ 07/02 ທູດ​ພິ​ເສດ​ຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ວິວັດທະນາ​ການ​ສັນຕິພາບຢູ່​ຕາ​ເວັນ​ອອກ​ກາງ​ທ່ານ Nickolay Mladenov ຖື​ວ່າ: ຮ່າງ​ກົດໝາຍ​ດັ່ງກ່າວ​ໄດ້ “ຂ້າມ​ການ​ກຳນົດ​ແດງ” ​ເພື່ອ​ກ້າວ​ໄປ​ເຖິງ​ການ​ໂຮມ​​ເຂດ​ຝັ່ງ​ຕາ​ເວັນ​ຕົກ​ເຂົ້າ ອິດສະ​ລາ​ແອັນ, ຜ່ານ​ນັ້ນ ສ້າງ​ “ປະຖົມປັດ​ໃຈ​ອັນຕະລາຍ​ທີ່​ສຸດ” ​ເພາະ​ນີ້​ແມ່ນ​ຄັ້ງ​ທຳ​ອິດ ທີ່ສະພາ​ແຫ່ງ​ຊາດ ອິດສະ​ລາ​ແອັນ ຫັນ​ເປັນ​ກົດໝາຍ​ການ​ເຄື່ອນ​ໄຫວ​ກໍ່ສ້າງ​​ເຂດ​ຕັ້ງ​ຖິ່ນ​ຖານຄົງ​ທີ​ຢູ່ດິນ​ແດນ​ຂອງ ປາ​ແລັດ​ສະຕິ​ນ. ພ້ອມ​ນັ້ນ ທ່ານ Mladenov ຍັງຮຽກ​ຮ້ອງປະຊາ​ຄົມ​ສາກົນ​ຄວນຄັດຄ້ານ​ກົດໝາຍ​ດັ່ງ​ກ່າວ​ຢ່າງ​ແຮງ.

 


ຕອບກັບ

ຂ່າວ/ບົດ​ອື່ນ