ໂລກຍ້ອງຍໍຜູ້ນຳກູບາFidel Castroແມ່ນບຸກຄົນດີເລີດ

ໂລກຍ້ອງຍໍຜູ້ນຳກູບາFidel Castroແມ່ນບຸກຄົນດີເລີດ - ảnh 1
ປະທານາທິບໍດີ ອີຣານ Hassan Rouhani ແລະ
​ຜູ້ນ​ຳ ກູ​ບາ Fidel Castro​
(ພາບ: AP/TTXVN)

(vovworld) - ​ ພາຍ​ຫລັງ​ທີ່​ສື່​ມວນ​ຊົນ​ແຫ່ງ​ລັດ ກູ​ບາ ​ໄດ້​ໃຫ້​ຂ່າວ​ຜູ້ນ​ຳ ກູ​ບາ Fidel Castro​ ໄດ້​ເຖິງ​ແກ​່ມໍລະນະ​ກຳ​ໃນ​ຕອນ​ຄ່ຳ​ວັນ​ທີ 25/11/2016 ຕາມ​ເວລາ​ທ້ອງ​ຖິ່ນລວມອາ​ຍຸໄດ້ 90 ປີ, ປະທານາທິບໍດີ ອີຣານ Hassan Rouhani ໄດ້​ສົ່ງ​ໂທລະ​ເລກ​ແບ່ງ​ເບົາ​ຄວາມ​ເສົ້າ​ສະ​ລົດ​ໃຈ​ມາ​ຍັງ​ລັດຖະບານ ​ແລະ ປະຊາຊົນ ກູ​ບາ, ພ້ອມ​ທັງ ຢືນຢັນວ່າ ທ່ານ Fidel Castro ​ແມ່ນ​ບຸກຄົນ​ດີ​ເລີດ, ​ຕະຫລອດ​ຊີວິດ ທ່ານໄດ້​ທຳ​ການ​ຕໍ່ສູ້ ​ເພື່ອ​ຄວາມ​ຍຸຕິ​ທຳ ​ແລະ ສັນຕິພາບ. ປະທານາທິບໍ​ດີ ອີຣານ ​ໄດ້​ເນັ້ນ​ໜັກ​ວ່າ: ​ໃນ ຂະນະ​ທີ່​ປະຊາຊົນ​​ຖືກ​ກົດ​ຂີ່​ຂູດ​ຮີດ​ໃນ​ໂລກ​ພວມ​ຢູ່​ໃຕ້​ແອກ​ຄອບ​ຄອງ ​ແລະ ຄວາມຍຸຕິ​ທຳ ​ແລະ ​ເສລີພາບຖືກ​ຢຽບ​ຢ່ຳ, ​ໄດ້​ປະກົດ​ມີ​ບັນດາ​ບຸກຄົນ​ທີ່​ດີ​ເລີດ​ຄື ທ່ານ Fidel Castro, ຜູ້​ໄດ​້ທຳ​ການ​ຕໍ່ສູ້​ຢ່າງ​ບໍ່​ຢຸດ​ຢັ້ງ ​ເພື່ອ​ເຊີດ​ຊູ​ຄັນ​ທຸງ​ຄວາມຍຸຕິ​ທຳ ​ແລະ ສັນຕິພາບ​ຈົນ​ເຖິງ​ບັ້ນ​ປາຍ​ຂອງ​ຊີວິດ.

        ປະທານ​ພັກ​ແຮງ​ງານ​ຂອງ ອັງກິດ ທ່ານ Jeremy Corbyn ກໍ່​ໄດ້​ກ່າວ​ຍ້ອງຍໍ​ຜູ້​ນຳ ກູ​ບາ Fidel Castro ວ່າແມ່ນ​ບຸກຄົນ​ທີ່​ຍິ່ງ​ໃຫຍ່​ໃນ​ປະຫວັດສາດ​ໂລກ​. ທ່ານປະທານາທິບ​ໍດີ ອານ​ເຢລີ  Abdelaziz Bouteflika ກໍ່​ໄດ້​ອອກ​ລັດຖະດຳລັດວ່າ​ດ້ວຍ​ການ​ໄວ້​ທຸກ​ລະດັບ​ຊາດ ​ເປັນ​ເວລາ 8 ວັນ​ຢູ່ ອານ​ເຢລີ ​ເຊິ່ງນັບ​ແຕ່​ວັນ​ທີ 27/11 ​ເພື່ອ​ອາ​ໄລ​ຫາ​ຜູ້ນຳ ກູ​ບາ Fidel Castro.

ຂ່າວ/ບົດ​ອື່ນ