ໂລກ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ກ່​ວາ 83 ລ້ານ​ຄົນ

(VOVWORLD) -ອາເມລິກາຍັງຄົງແມ່ນປະເທດໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ ດ້ວຍຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ແມ່ນ 20.201.192 ຄົນ ໃນນັ້ນມີຜູ້ເສຍຊີວິດ 350.429 ຄົນ. ຖັດຈາກນັ້ນແມ່ນ ອິນເດຍ, ບຣາຊິນ.

ໂລກ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ກ່​ວາ 83 ລ້ານ​ຄົນ - ảnh 1ທ່ານ Tedros Adhanom Ghebreyesus ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ (WHO)

(ພາບ: indiatimes)

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 31 ທັນວາ (ຕາມເວລາ UTC), ທົ່ວໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ສະສົມທັງໝົດແມ່ນ 83.029.478 ຄົນ, ໃນນັ້ນມີ ຜູ້ເສຍຊີວິດ ກ່ວາ 1.8 ລ້ານຄົນ.

ອາເມລິກາຍັງຄົງແມ່ນປະເທດໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ ດ້ວຍຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ແມ່ນ 20.201.192 ຄົນ ໃນນັ້ນມີຜູ້ເສຍຊີວິດ 350.429 ຄົນ. ຖັດຈາກນັ້ນແມ່ນ ອິນເດຍ, ບຣາຊິນ.

ແລະກໍ່ໃນເຫດການທີ່ກ່ຽວຂ້ອງ, ວັນທີ 30 ທັນວາ, ທ່ານ Tedros Adhanom Ghebreyesus ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ (WHO) ໄດ້ຮຽກຮ້ອງໃຫ້ບັນດາປະເທດຮັບປະກັນວ່າ ວັກຊິນກັນພະຍາດໂຄວິດ - 19ຈະໄດ້ສະໜອງໃຫ້ທຸກຄົນທີ່ມີຄວາມສ່ຽງຕິດເຊື້ອໃນທົ່ວໂລກ, ບໍ່ພຽງແຕ່ສະໜອງໃຫ້ປະເທດທີ່ຮັ່ງມີເທົ່ານັ້ນ.

ຜູ້ນຳໜ້າ WHO ຖືວ່າ ຕ້ອງການເງິນຈຳນວນ 4 ຕື້ USD ເພື່ອຊື້ວັກຊິນ ກັນພະຍາດໂຄວິດ - 19 ແລະ ແຈກຢາຍໃຫ້ແກ່ປະເທດທີ່ມີລາຍຮັບຕ່ຳ ແລະ ປານກາງ ຜ່ານກົນໄກສຳຜັດວັກຊິນ COVAX ທົ່ວໂລກ - ເຊິ່ງແມ່ນໂຄງການໂດຍ WHO ລິເລີ່ມ.

ຕອບກັບ

ຂ່າວ/ບົດ​ອື່ນ