ໂລກ​ຢັ້ງ​ຢືນ​ມີ​ຜູ້​ເສ​ຍ​ຊີ​ວິດ​ຍ້ອນ​ໂລກ​ລະ​ບາດ Covid – 19 ກ່​ວາ 955 ພັນ​ຄົນ

(VOVWORLD) -ຢູ່ອາເມລິກາ, ເມື່ອກ່າວຄຳເຫັນທີ່ການຖະແຫຼງຂ່າວຢູ່ທຳນຽບຂາວພ້ອມກັບສະມາຊິກບາງທ່ານຂອງກຸ່ມຮັບຜິດຊອບສະເພາະການປ້ອງກັນ, ຕ້ານໂລກລະບາດ Covid – 19 ອາເມລິກາ.

ໄລ່ຮອດເວລາ 1 ໂມງເຊົ້າ (ຕາມເວລາ UTC) ຂອງວັນທີ 19 ກັນຍາ, ທົ່ວໂລກຢັ້ງຢືນມີຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ຫຼາຍກ່ວາ 30,6 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກ່ວາ 955 ພັນຄົນ. ອາເມລິກາ ຍັງແມ່ນຈຸດໃຈກາງ ຂອງໂລກລະບາດໃຫຍ່ທີ່ສຸດໃນໂລກດ້ວຍຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ແມ່ນ 6,9 ລ້ານຄົນ ແລະ ຜູ້ເສຍຊີວິດຫຼາຍກ່ວາ 203 ພັນຄົນ. ຖັດຈາກນັ້ນແມ່ນ ອິນເດຍດ້ວຍຈຳນວນຜູ້ຕິດເຊື້ອແມ່ນ 5,3 ລ້ານຄົນ. ວົງການນັກຂ່າວຄາດຄະເນວ່າຈຳນວນຜູ້ຕິດເຊື້ອໃໝ່ຕື່ມອີກຢູ່ປະເທດອາຊີໃຕ້ນີ້ອາດຈະເພີ່ມຂຶ້ນສູງກ່ວາອາເມລິກາໃນໄລຍະຈະມາເຖິງ.

ຢູ່ອາເມລິກາ, ເມື່ອກ່າວຄຳເຫັນທີ່ການຖະແຫຼງຂ່າວຢູ່ທຳນຽບຂາວພ້ອມກັບສະມາຊິກບາງທ່ານຂອງກຸ່ມຮັບຜິດຊອບສະເພາະການປ້ອງກັນ, ຕ້ານໂລກລະບາດ Covid – 19 ອາເມລິກາ. ໃນວັນທີ 18 ກັນຍາ, ທ່ານປະທານາທິບໍດີ Donald Trump ໄດ້ຖະແຫຼງວ່າ ຫຼັງຈາກໄດ້ຮັບການອະນຸມັດຜ່ານຈາກອົງການຄຸ້ມຄອງການຢາ ແລະ ສະບຽງອາຫານ, ວັກຊິນຈະໄດ້ແຈກຢາຍໃນຮອບເວລາ 24  ຊົ່ວໂມງ.

ການຄາດຄະເນຂອງທ່ານ Trump ກົງກັນຂ້າມກັບການໃຫ້ຂໍ້ສັງເກດຂອງທ່ານ ປ.ອ Robert Redfield ຜູ້ອຳນວຍການສູນຄວບຄຸມ ແລະ ປ້ອງກັນ, ຕ້ານພະຍາດຕິດແປດ ອາເມລິກາ. ກ່ອນໜ້ານັ້ນ, ເມື່ອກ່າວຄຳເຫັນທີ່ວາລະອະພິປາຍຕໍ່ກຳມາທິການອະນຸມັດຈ່າຍງົບປະມານສະພາສູງໃນວັນທີ 16 ກັນຍາ, ທ່ານ  Robert Redfield ເວົ້າວ່າ ອາເມລິກາ ຈະບໍ່ເລີ່ມຕົ້ນການສັກວັກຊິນກັນພະຍາດ Covid – 19 ໄວອາດຈະແມ່ນເດືອນ ພະຈິກ ຫຼື ເດືອນທັນວາຈະມາເຖິງ. ທ່ານ Robert Redfield ກໍ່ຖືວ່າ ຊາວອາເມລິກາເກືອບທັງໝົດຈະບໍ່ສາມາດສຳຜັດກັບວັກຊິນກັນພະຍາດ Covid – 19ໄດ້ຢ່າງກ້ວາງຂວາງ ຈົນຮອດລະດູຮ້ອນ ຫຼື ຕົ້ນລະດູໃບໄມ້ຫຼົ່ນປີ 2021.

ຕອບກັບ

ຂ່າວ/ບົດ​ອື່ນ