ແຂກໂດຍສານຢູ່ສະໜາມບິນ Zaventem ພວມຍົກຍ້າຍໄປເຖິງສະຖານທີ່ປອດໄພ)
(ພາບ: AP) |
(vovworld) – ວັນທີ 22/3, ທ່ານເລຂາທິການໃຫຍ່ ສປຊ ໄດ້ຄັດຄ້ານບັນດາເຫດການວາງລະເບີດກໍ່ການຮ້າຍຢູ່ ບຣຸກແຊນ, ຖືນີ້ແມ່ນການກະທທີ່ຳຕຳ່ຕ້ອຍ ແລະ ຮຽກຮ້ອງນຳຕົວການມາລົງໂທດຕາມກົດໝາຍຢ່າງວ່ອງໄວ. ທ່ານ Mogen Lykketoft, ປະທານສະມັດຊາໃຫຍ່ ສປຊ ໄດ້ກ່າວປະນາມບັນດາເຫດບຸກໂຈມຕີດັ່ງກ່າວຢ່າງແຮງ, ສະແດງຄວາມເຫັນອົກເຫັນໃຈ ແລະ ແບ່ງເບົາຄວາມເສົ້າສະຫຼົດໃຈກັບຄົວຄອບ, ຜູ້ປະສົບເຄາະຮ້າຍ ແລະ ລັດຖະບານບັນດາປະເທດມີພົນລະເມືອງຖືກເສຍຊີວິດໃນເຫດບຸກໂຈມຕີກໍ່ການຮ້າຍຢູ່ ບຣຸກແຊນ. ແລະກໍ່ໃນວັນດຽວກັນ, ບັນດາປະເທດ ອາຊີ, ເຂດ ອ່າວ ແລະ ອາບຟຣີກາ ກໍ່ພ້ອມກັນກ່າວປະນາມການບຸກໂຈມຕີກໍ່ການຮ້າຍທ່ີຮ້າຍແຮງຢູ່ນະຄອນຫຼວງ ບຣຸກແຊນ, ປະເທດ ແບນຊິກ, ພ້ອມທັງຍົກອອກຄຳກ່າວເຕືອນກ່ຽວກັບການເດີນທາງໄປ - ມາຢູ່ ແບນຊິກ ແລະ ເພີ່ມທະວີຄວາມສະຫງົບຢູ່ປະເທດຕົນ. ໃນວັນທີ 22/3, ເມື່ອຕອບສຳພາດຕໍ່ນັກຂ່າວ ໃຫ້ຮູ້ກ່ຽວກັບປະຕິກິລິຍາຂອງ ຫວຽດນາມ ກ່ຽວກັບເຫດບຸກໂຈມຕີກໍ່ການຮ້າຍຢູ່ບຣຸກແຊນ, ປະເທດ ແບນຊິກ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລຫາຍບີ່ງ ຊີ້ແຈ້ງວ່າ: ພວກຂ້າພະເຈົ້າມີຄວາມສະດຸງໃຈ ແລະ ກ່າວປະນາມບັນດາເຫດບຸກໂຈມຕີກໍ່ການຮ້າຍທີ່ນອງເລືອດເກີດຂຶ້ນຢູ່ນະຄອນຫຼວງ ບຣຸກແຊນ, ປະເທດແບນຊິກຢ່າງແຮງ, ເຮັດໃຫ້ຫຼາຍຄົນເສຍຊີວິດ ແລະ ຖືກບາດເຈັບ. ຫວຽດນາມ ຂໍແບ່ງເບົາຄວາມເຈັບປວດ, ຄວາມເສຍຫາຍອັນໃຫຍ່ຫຼວງເຊິ່ງລັດຖະບານ, ປະຊາຊົນ ແລະ ຄອບຄົວຜູ້ປະສົບເຄາະຮ້າຍຕ້ອງທົນທຸກທໍລະມານ ແລະ ເຊື່ອໝັ້ນຢ່າງແຮງວ່າດ້ວຍບັນດາຄວາມມານະພະຍາຍາມຊຶ່ງລັດຖະບານ ແບນຊິກ ພວມຜັນຂະຫຍາຍ, ບັນດາຕົວການຈະຖືກຕັດສິນລົງໂທດໂດຍໄວ. ລັດຖະບານບັນດາປະເທດຄື: ອາບການິດສະຖານ, ປາກິດສະຖານ, ອີຢິບ ລ້ວນແຕ່ຖະແຫຼງກ່າວປະນາມເຫດບຸກໂຈມຕີຢູ່ ບຣຸກແຊນ ແລະ ສະແດງແບ່ງເບົາຄວາມເສົ້າສະຫຼົດໃຈຢ່າງເລິກເຊິ່ງ, ພ້ອມທັງຢັ້ງຢືນຄວາມສາມັກຄີກັບລັດຖະບານ ແລະ ປະຊາຊົນແບນຊິກ.