ໂລກອາໄລຫາເຫດການ 26 ປີແຫ່ງວັນເກີດໂສກນາດຕະກຳນິວເຄຼຍ Trernobyl
ປະຊາຊົນວາງດອກໄມ້ອາໄລຫາຜູ້ຮັບເຄາະຮ້າຍຈາກ
ໂສກນາດຕະກຳນິວເຄຼຍ Trernobyl ຢູ່ ກິແອບ, ອຸກກະແລນ
(ພາບ: Intrenet)
|
Vovworld- ວັນທີ 26/4 ອົງການສະຫະປະຊາຊາດໄດ້ຈັດພິທີອາໄລຫາ 26 ປີແຫ່ງວັນເກີດໂສກນາດຕະກຳນິວເຄຼຍ Trernobyl ທີ່ຮ້າຍແຮງທີ່ສຸດໃນສະຕະວັດທີ່ 20 ( 26/4/1986-26/4/2012). ບົດແຈ້ງຂ່າວຂອງທ່ານເລຂາທິການໃຫຍ່ ອົງການສະຫະປະຊາຊາດ Ban ki Moon ເນັ້ນໜັກວ່າ ໃນໂອກາດນີ້ພວກເຮົາພ້ອມກັນອາໄລຫາເຖິງຄຸນງາມຄວາມດີຂອງພາລະກອນກູ້ໄພນັບຮ້ອຍຄົນທີ່ໄດ້ຍອມເສຍສະຫຼະຊີວິດຂອງຕົນໃນເຫດຮ້າຍນີ້. ທ່ານເລຂາທິການໃຫຍ່ ອົງການສະຫະປະຊາຊາດ Ban ki Moon ອີກເທື່ອໜຶ່ງໄດ້ຮຽກຮ້ອງປະຊາຄົມໂລກຈົ່ງ ໜູນຊ່ວຍບັນດາເຂດຮັບຜົນສະທ້ອນຈາກເຫດຮ້າຍນີ້.
ກ່ອນນີ້ 25 ປີ, ໄດ້ເກີດເຫດລະເບີດຢູ່ຫ້ອງເຄື່ອງຈັກເລກ 4 ຢູ່ໂຮງງານໄຟຟ້າປະລະມານູ Trernobyl, ອັນໄດ້ເຮັດໃຫ້ເຂດອ້ອມແອ້ມທັງໝົດດ້ວຍລັດສະໝີເຖິງ 30 ກິໂລແມດຖືກຜົນສະທ້ອນກຳມັນຕະພາບລັງສີ.