ໂອ​ກາດ​ໃໝ່​ແກ່​ການ​ຮ່ວມ​ມື​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ ແລະ ການ​ແລກ​ປ່ຽນ​ການ​ຄ້າ​ລະ​ຫວ່າງ ຫວຽດ​ນາມ - ອາ​ເມ​ລິ​ກາ

(VOVWORLD) -   ຕອນບ່າຍວັນທີ 17 ພຶດສະພາ (ຕາມເວລາທ້ອງຖິ່ນ), ຢູ່ San Francisco, ທ່ານນາຍົກລັດຖະມົນຕີ ຫວດຽນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມກອງປະຊຸມສົ່ງເສີມການຄ້າ, ການລົງທຶນ, ການທ່ອງທ່ຽວ ຫວຽດນາມ - ອາເມລິກາ ດ້ວຍຫົວຂໍ້ “ຄົ້ນຫາ ຫວຽດນາມ ຄືນໃໝ່”.
ໂອ​ກາດ​ໃໝ່​ແກ່​ການ​ຮ່ວມ​ມື​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ ແລະ ການ​ແລກ​ປ່ຽນ​ການ​ຄ້າ​ລະ​ຫວ່າງ ຫວຽດ​ນາມ - ອາ​ເມ​ລິ​ກາ - ảnh 1ທ່ານນາຍົກລັດຖະມົນຕີ ຫວດຽນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມກອງປະຊຸມສົ່ງເສີມການຄ້າ, ການລົງທຶນ, ການທ່ອງທ່ຽວ ຫວຽດນາມ - ອາເມລິກາ ດ້ວຍຫົວຂໍ້ “ຄົ້ນຫາ ຫວຽດນາມ ຄືນໃໝ່” (ພາບ: TTXVN)

ກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢັ້ງຢືນວ່າ ການຮ່ວມມືດ້ານເສດຖະກິດ, ການລົງທຶນ, ການຄ້າ, ການທ່ອງທ່ຽວ ເປັນເສົາຄ້ຳສຳຄັນໃນການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ. ແຕ່ລະປີຄ່າສະເລ່ຍການເຕີບໂຕການຄ້າສອງສົ້ນລະຫວ່າງ ຫວຽດນາມ - ອາເມລິກາ ແມ່ນປະມານ 17 – 20%. ອາເມລິກາ ແມ່ນຄູ່ຮ່ວມມືໃຫຍ່ອັນດັບທີ 2 ຂອງ ຫວຽດນາມ. ຫວຽດນາມ ແມ່ນຄູ່ຮ່ວມມືໃຫຍ່ອັນດັບທີ 9 ຂອງ ອາເມລິກາ. ທ່ານນາຍົກລັດຖະມົນຕີ ຫວັງວ່າ ການພົວພັນຮ່ວມມືລະຫວ່າງສອງຝ່າຍໃນຂົງເຂດເສດຖະກິດຈະນັບມື້ນັບພັດທະນາ. ເມື່ອເວົ້າເຖິງບາງຂົງເຂດບຸລິມະສິດຂອງ ຫວຽດນາມ ຄື: ການພັດທະນາຕະຫຼາດທຶນຮອນ, ຫັນເປັນດີຈີຕອນ, ຫັນປ່ຽນພະລັງງານ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການທ່ອງທ່ຽວ, ການຄ້າ…, ທ່ານນາຍົກລັດຖະມົນຕີສະເໜີໃຫ້ຄູ່ຮ່ວມມື ອາເມລິກາ ຄົ້ນຄວ້າ, ສືບຕໍ່ຊຸກຍູ້ການຮ່ວມມືໃນຂົງເຂດນີ້; ພ້ອມທັງປາດຖະໜາວ່າ ບັນດາຄູ່ຮ່ວມມື ອາເມລິກາ ຈະໜູນຊ່ວຍ ຫວຽດນາມ ໃນການໃຫ້ຄຳປຶກສາດ້ານນະໂຍບາຍ, ແຫຼ່ງທຶນຮອນ, ແຫຼ່ງຊັບພະຍາກອນມະນຸດ, ລະບົບພື້ນຖານໂຄງລ່າງ, ເຕັກໂນໂລຢີ, ການບໍລິຫານ…

        ກ່ຽວກັບການທ່ອງທ່ຽວ,ໃນຕະຫຼາດນັກທ່ອງທ່ຽວມາທ່ຽວ ຫວຽດນາມ, ອາເມລິກາ ໄດ້ຢືນແຖວໜ້າໃນຫຼາຍປີຢ່າງລຽນຕິດ. ດັ່ງນັ້ນ, ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ນັກລົງທຶນສືບຕໍ່ຮ່ວມມືກັບຝ່າຍ ຫວຽດນາມ ເພື່ອຊຸກຍູ້ການເຄື່ອນໄຫວຮ່ວມມື, ໃນນັ້ນ, ມີການເຄື່ອນໄຫວທ່ອງທ່ຽວບົນເນື້ອໃນຈິດໃຈ ຜົນປະໂຫຍດກົມກຽວ, ແບ່ງປັນຄວາມສ່ຽງ ດ້ວຍຄວາມຈິງໃຈ, ໄວ້ເນື້ອເຊື່ອໃຈ, ມີຄວາມຮັບຜິດຊອບຕໍ່ກັນ”.

ຫວູຄວຽນ

ຕອບກັບ

ຂ່າວ/ບົດ​ອື່ນ