ໂອ້ລົມສົນທະນາ“65ປີແຫ່ງວັນສ້າງການພົວພັນຮຸງກາຣີ-ຫວຽດນາມ”

ໂອ້ລົມສົນທະນາ“65ປີແຫ່ງວັນສ້າງການພົວພັນຮຸງກາຣີ-ຫວຽດນາມ” - ảnh 1
(ພາບປະກອບ)

(vovworld) - ​ ​ການ​ໂອ້​ລົມ​ສົນທະນາ​ວິທະຍາສາດ ​ດ້ວຍຫົວຂໍ້ “65 ປີ​​ແຫ່ງ​ວັນ​ສ້າງການ​ພົວພັນ ຮຸງ​ກາຣີ - ຫວຽດນາມ” ຖືກ​ຈັດ​ຕັ້ງ​ໃນ​ວັນ​ທີ 24/6 ຢູ່​ໂຮງຮຽນ​ວິທະຍາ​ໄລ Zsigmond Kiraly, ນະຄອນຫຼວງ ບຸດ​ດາ​ແປດ​ສ, ຮຸງ​ກາຣີ. ກ່າວ​ຄຳ​ເຫັນ​ໄຂ​ການ​ໂອ້​ລົມ​ສົນທະນາ, ທ່ານ ຫງວຽນ​ແທງ​ຕ໋ວນ ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ​​ແຫ່ງ ສສ.ຫວຽ​ດນາມ ປະຈຳ ຮຸງ​ກາຣີ ​ເນັ້ນ​ໜັກ​ວ່າ: ການ​ພົວພັນ​ມິດ​ຕະພາບ ​ແລະ ການ​ຮ່ວມ​ມື​ທີ່ເປັນ​ມູນ​ເຊື້ອ​ລະຫວ່າງ ຫວຽ​ດນາມ ​ແລະ ຮຸງ​ກາຣີ ​ໄດ້​ຮັບ​ການປັບປຸງ ​ແລະ ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ​ໃນທຸກຂົງ​ເຂດ​ຄື: ການ​ເມືອງ - ການ​ຕ່າງປະ​ເທດ, ​ເສດຖະກິດ - ການ​ຄ້າ - ການ​ລົງທຶນ, ການ​ສຶກສາ - ບຳລຸງ​ສ້າງ, ວິ​ທະຍາ​ສາດ - ​​ເຕັກ​ໂນ​ໂລ​ຢີ ​ແລະ ບັນດາຂົງ​ເຂດ​ວັດທະນະທຳ​ມະນຸດອື່ນໆ. ທ່ານ​ເອກ​ອັກຄະ​ລັດຖະທູດ​ຕີ​ລາຄາ​ສູງ​ຄວາມ​ໝາຍ​ຂອງ​ການ​ໂອ້​ລົ​ມສົນທະນາ, ​ບົດບາດ​ຂອງ​ສະມາຄົມ​ມິດຕະພາບ ຮຸງ​ກາຣີ - ຫວຽດນາມ ​ໃນ​ການ​ປັບປຸງ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ 2 ປະ​ເທດ.

         ບັນດາ​ຜູ້​ແທນ​ເຂົ້າ​ຮ່ວມ​ການ​ໂອ້​ລົມ​ສົນທະນາ ​ໄດ້​ຮັບຟັງການ​​ທາ​ບທາມ​ຄວາມ​ເຫັນຂອງ​ບັນດາ​ນັກຮຽນ​ຮູ້, ຜູ້ຕາງໜ້າ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ກະຊວງ​ອຸດສາຫະກຳ - ການ​ຄ້າ, ບັນດາ​ນັກຮົບ​ເກົ່າກ່ຽວ​ກັບ “ສັງ​ລວມປະຫວັດສາດ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ຮຸງ​ກະຣີ - ຫວຽດນາມ”, “ການ​ພົວພັນ​ທາງ​ການ​ທູດ​ດ້ານ​ວັດທະນະທຳ ຮຸງ​ກາຣີ - ຫວຽດນາມ”, “ການ​ພົວພັນ​ຮ່ວມ​ມື​ດ້າ​ນເສດຖະກິດ ຫວຽດນາມ - ຮຸງ​ກາ​ຣີ”, “ຮຸງ​ກາຣີ ດ້ວຍ​ພາລະ​ກໍ​ໃນຄະນະ​ຜູ້​ແທນ 4 ຝ່າຍ​ຕິດຕາມ​ການ​ປະຕິບັດ​ສັນຍາ Paris ຢູ່​ຫວຽດນາມ”, “ການ​ສ້າງ​ຕັ້ງ ​ແລະ ພັດທະນາ​ຂອງ​ສະມາຄົມ​ມິດຕະພາບ ຮຸ່ງ​ກາຣີ - ຫວຽດນາມ”./.


ຂ່າວ/ບົດ​ອື່ນ