ໂອ້ລົມສົນທະນາກ່ຽວກັບດິນຟ້າອາກາດ Petersberg ກະກຽມໃຫ້COP21
ທ່ານນາງ Barbara Hendricks, ທ່ານ Laurent Fabius
ແລະ ທ່ານ Joachim Gauck (ພາບ: TTXVN)
(vovworld) – ການໂອ້ລົມສົນທະນາກ່ຽວກັບດິນຟ້າອາກາດ Petersberg ຄັ້ງທີ 6 ໄດ້ໄຂຂຶ້ນຢູ່ນະຄອນຫຼວງ ແບກລີງ ໃນວັນທີ 18/5 ດ້ວຍການເຂົ້າຮ່ວມຂອງບັນດາລັດຖະມົນຕີທີ່ມາຈາກ 35 ປະເທດໃນທົ່ວໂລກ. ການໂອ້ລົມສົນທະນາກ່ຽວກັບດິນຟ້າອາກາດບໍ່ເປັນທາງການນີ້ ໄດ້ຮັບຈັດຕັ້ງເພື່ອກະກຽມໃຫ້ແກ່ກອງປະຊຸມກ່ຽວກັບການປ່ຽນແປງຂອງດິນຟ້າອາກາດສະຫະປະຊາຊາດ ຄັ້ງທີ 21 (COP 21), ຈະດຳເນີນໄປຢູ່ ປາຣີ (ປະເທດ ຟຣັ່ງ) ໃນເດືອນ 12 ຈະມາເຖິງ.
ກ່າວຄຳເຫັນໄຂການໂອ້ລົມສົນທະນາ, ທ່ານນາງລັດຖະມົນຕີວ່າການກະຊວງສິ່ງແວດລ້ອມ ສະຫະພາບເຢຍລະມັນ Barbara Hendricks ເນັ້ນໜັກວ່າ: ປີ 2015 ແມ່ນປີຕັດສິນສຳລັບການປົກປັກຮັກສາໜ່ວຍໂລກຕໍ່ບັນດາການກະທົບຈາກການປ່ຽນແປງຂອງດິນຟ້າອາກາດທົ່ວໂລກ. ຕາມນັ້ນແລ້ວ, ບັນດາຝ່າຍເຂົ້າຮ່ວມຈະຕ້ອງເຫັນດີເປັນເອກະສັນຕໍ່ວິທີມຸ່ງໄປເຖິງຈຸດໝາຍຮັກສາລະດັບເພີ່ມອຸນຫະພູມທົ່ວໂລກໃຫ້ຕຳ່ກ່ວາ 2 ອົງສາ. ໃນຂະນະນັ້ນ, ເປັນປະທານຮ່ວມການໂອ້ລົມສົນທະນາ, ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ ຟຣັ່ງ Laurent Fabius ໃຫ້ຮູ້ວ່າ: ການໂອ້ລົມສົນທະນາກ່ຽວກັບດິນຟ້າອາກາດ Petersberg ເປັນບາດກ້າວທີ່ສຳຄັນເພື່ອແນໃສ່ນຳມາຜົນສຳເລັດໃຫ້ແກ່ກອງປະຊຸມກ່ຽວກັບການປ່ຽນແປງດິນຟ້າອາກາດຂອງສະຫະປະຊາຊາດຢູ່ ປາຣີີ ໃນທ້າຍປີນີ້.