ໂອ້ລົມສົນທະນາສິລະປະດ້ານການທະຫານໃນບັ້ນຮົບ ດ້ຽນບຽນຝຸ
(VOVWORLD) - ການໂອ້ລົມສົນທະນາກໍ່ຢັ້ງຢືນກຳລັງແຮງເຊິ່ງ ຫວຽດນາມ ຍາດໄດ້ໄຊຊະນະ, ໃນບັ້ນຮົບດ້ຽນບຽນຝຸ ແມ່ນກຳລັງແຮງຂອງສົງຄາມປະຊາຊົນ ຫວຽດນາມ, ພາຍໃຕ້ການຊີ້ນຳນຳພາຂອງພັກ
ບັນດາຜູ້ແທນເຂົ້າຮ່ວມການໂອ້ລົມສົນທະນາ |
“ສິລະປະດ້ານການທະຫານ ໃນບັ້ນຮົບ ດ້ຽນບຽນຝຸ - ບົດຮຽນພຶດຕິກຳຕົວຈິງໃນການຝືກແອບການສູ້ຮົບໃນປັດຈຸບັນ” ແມ່ນຫົວຂໍ້ຂອງການໂອ້ລົມສົນທະນາ ໂດຍ ກອງບັນຊາການກອງພົນໃຫຍ່ທະຫານ 12 ສົມທົບກັບໜັງສືພິມກອງທັບ ປະຊາຊົນຈັດຂຶ້ນໃນຕອນເຊົ້າວັນທີ 4 ເມສາ, ຢູ່ນິງບິ່ງ. ການໂອ້ລົມສົນທະນາ ເພື່ອແນໃສ່ຢັ້ງຢືນຖານະບົດບາດ, ຄູນຄ່າປະຫວັດສາດ, ສາຍເຫດໄຊຊະນະ ຂອງ ບັ້ນຮົບ ດ້ຽນບຽນຝຸ, ເຮັດແຈ້ງສິລະປະການທະຫານໃນຍຸດທະສາດ ດ້ຽນບຽນຝຸ. ທີ່ການໂອ້ລົມສົນທະນາ, ມີຫຼາຍຄຳເຫັນລ້ວນແຕ່ຢັ້ງຢືນໜຶ່ງໃນບັນດາປັດໄຈສຳຄັນທີ່ສຸດ ປະກອບສ່ວນສ້າງຂຶ້ນໄຊຊະນະ ດ້ຽນບຽນຝຸ ແມ່ນຄວາມຕັດສິນໃຈຫັນປ່ຽນຈາກການ “ຕີໄວ, ຍາດໄຊຊະນະໄວ” ກາຍເປັນ “ຕີຢ່າງໝັ້ນແກ່ນ, ກ້າວເດີນຢ່າງໝັ້ນແກ່ນ”.
ການໂອ້ລົມສົນທະນາກໍ່ຢັ້ງຢືນກຳລັງແຮງເຊິ່ງ ຫວຽດນາມ ຍາດໄດ້ໄຊຊະນະ, ໃນບັ້ນຮົບດ້ຽນບຽນຝຸ ແມ່ນກຳລັງແຮງຂອງສົງຄາມປະຊາຊົນ ຫວຽດນາມ, ພາຍໃຕ້ການຊີ້ນຳນຳພາຂອງພັກ, ແມ່ນຈິດໃຈສາມັກຄີຂອງທົ່ວກອງທັບ ແລະ ທົ່ວປວງຊົນ. ພ້ອມທັງແມ່ນການສົມທົບ ກຳລັງແຮງທົ່ວປວງຊົນທັງຊາດ ກັບກຳລັງແຮງຍຸກສະໄໝ, ພ້ອມກັບການສະໜັບສະໜູນ ໜູນຊ່ວຍຂອງເພື່ອນມິດສາກົນ.