(ພາບປະກອບ)
(vovworld) – ການໂອ້ລົມສົນທະນາ “ເຊື່ອມໂຍງເສດຖະກິດ - ບາງບັນດາທີ່ວາງອອກສຳລັບ ຫວຽດນາມ ແຕ່ປີ 2015” ດຳເນີນໃນວັນທີ 13/8, ຢູ່ແຂວງບາເຣຍ - ຫວູງເຕົາ, ໂດຍກະຊວງການຕ່າງປະເທດຈັດຕັ້ງ, ດ້ວຍການເຂົ້າຮ່ວມຂອງການນຳບັນດາແຂວງ, ນະຕອນຢູ່ເຂດທາງຕາເວັນອອກພາກໃຕ້. ທີ່ການໂອ້ລົມສົນທະນາ, ບັນດາຜູ້ແທນໄດ້ແລກປ່ຽນບາງຫົວຂໍ້ສຳຄັນຄື: ສະພາບການໃນໂລກ ແລະ ນະໂຍບາຍການຕ່າງປະເທດຂອງພັກ, ລັດ ຫວຽດນາມ; ເຊື່ອມໂຍງເສດຖະກິດເຂົ້າກັບສາກົນໄລຍະໄໝ່ - ບັນດາບັນຫາສຳລັບທ້ອງຖິ່ນ ແລະ ວິສາຫະກິດ ຫວຽດນາມ; ປະຊາຄົມ ອາຊຽນ 2015: ກາລະໂອກາດ ແລະ ສິ່ງທ້າທາຍສຳລັບບັນດາແຂວງ, ນະຄອນ; ສັນຍາຄູ່ຮ່ວມມືເສດຖະກິດຂ້າມປາຊີຟີກ (TPP) ແລະ ຫວຽດນາມ; ສິ່ງທ້າທາຍສຳລັບການປະຕິຮູບ ແລະ ວິສາຫະກິດຢູ່ບັນດາທ້ອງຖິ່ນເຂດທາງທິດຕາເວັນອອກພາກໃຕ້ໃນສະພາວະເຊື່ອມໂຍງເຂົ້າຫັບສາກົນຢ່າງເລິກເຊິ່ງກ້ວາງຂວາງ ແລະ ເຂົ້າຮ່ວມປະຊາຄົມເສດຖະກິດ ອາຊຽນ ປີ 2015. ບັນດາຜູ້ແທນທີ່ເຂົ້າຮ່ວມຖືວ່າ: ນັບແຕ່ດຳເນີນກິດຈະການປ່ຽນໃໝ່, ຫວຽດນາມ ໄດ້ມີບັນດາບາດກ້າວຫັນປ່ຽນ ແລະ ພັດທະນາເຂັ້ມແຂງ.