ໂຮງງານກັ່ນນ້ຳມັນຢຸງກວົດ ຮັກສາການຜະລິດເປັນປົກກະຕິ ໃນໂອກາດບຸນປີໃໝ່

ໂຮງງານກັ່ນນ້ຳມັນຢຸງກວົດ ຮັກສາການຜະລິດເປັນປົກກະຕິ ໃນໂອກາດບຸນປີໃໝ່ - ảnh 1
ພະນັກງານ, ນັກ​ວິ​ສາວະ​ກອນ, ກຳມະກອນ​ໂຮງງານ​ຢູງກວົດຕ້ອນຮັບ​ບຸນປີ​ໃໝ່​ຢູ່​ໂຮງງານ
(ພາບປະກອບ)

(vovworld) – ​ໃນ​ໂອກາດ​ບຸນ​ປີ​ໃໝ່, ປີ​ມະ​ເສ​ງ, ບັນດາ​ພະນັກງານ, ນັກ​ວິ​ສາວະ​ກອນ, ກຳມະກອນ​ຂອງ​ໂຮງງານ​ຢູງກວົດ, ​ແຂວງ​ກວາງ​ຫງາຍ ​ໄດ້​ຕ້ອນຮັບ​ບຸນປີ​ໃໝ່​ຢູ່​ໂຮງງານ, ​ເພື່ອ​ຮັບປະກັນ​ດ້ານ​ພະລັງງານ​ໃຫ້​ແກ່​ປະ​ເທດ​ຊາດ. ນັກ​ວິ​ສາວະ​ກອນ​ໜຸ່ມ ດ່ວານ​ຢາ​ຟອງ, ບ້ານ​ເກີດ​ຢູ່​ຫາຍ​ຝ່ອງ, ​ໃຫ້​ຮູ້​ວ່າ:

        ”​ຄວາມ​ຮູ້ສຶກ​ເມື່ອເຮັດ​ວຽກ​ໃນ​ໂອກາດ​ບຸນ​ເຕັດນັ້ນ​ແມ່ນ​ຄິດ​ຮອດ​ບ້ານ, ຄິດ​ຮອດ​ຄອບຄົວ, ​ແຕ່​ເມື່ອ​ທຽບ​ໃສ່​ບັນດາ​ນັກຮົບ​ຢູ່​ເກາະ​ທີ່​ຫາງ​ໄກ, ກໍ່​ເຫັນ​ວ່າ​ຕົນ​ເອງ​ຍັງ​ໂຊກ​ດີ​ຫຼາຍ, ດັ່ງ​ນັ້ນ​ຂ້າພະ​ເຈົ້າ​ຈະ​ພະຍາຍາມ​ເຮັດຫຼ້ອນ​ໜ້າ​ທີ່​ຂອງ​ຕົນ”.

        ສ່ວນ​ທ່ານ ດິງວັນ​ງອກ, ຜູ້ອຳນວຍການ​ໃຫຍ່​ບໍລິສັດ​ກັ່ນ​ນ້ຳມັນ ບິ່ນ​ເຊີນ, ທີ່​ຂຶ້ນ​ກັບ​ໂຮງງານ​ກັ່ນ​ນ້ຳມັນ ຢຸງກວົດ, ​ໃຫ້​ຮູ້​ວ່າ:

        ”ສຳລັບ​ພະນັກງານ​ທີ່​ໄດ້​ກັບ​ເມືອ​ບ້ານ, ທາງ​ບໍລິສັດ​ກໍ່​ໄດ້ສ້າງ​ເງື່ອນ​ໄຂ​ໃນ​ການ​ໄປມາຢ່າງ​ສະດວກ​ສະບາ​ຍ. ດ້ວຍ​ແຜນການ ​ແລະ ການ​ກະກຽມ​ຢ່າງ​ລະອຽດ​ຂອງ​ຕົນ, ທາງບໍລິສັດ​ກັ່ນ​ນ້ຳມັນບິ່ນ​ເຊີນ ຈະ​ຮັບປະກັນ​ຄວາມ​ປອດ​ໄພ ທັງ​ຢູ່​ພາຍ​ໃນ ​ແລະ ອ້ອມ​ໂຮງງານ”

 

ຂ່າວ/ບົດ​ອື່ນ