ໂຮງຮຽນແຫ່ງທີ 2 ຢູ່ໝູ່ເກາະເຈື່ອງຊາ ໄດ້ຮັບການກໍ່ສ້າງສຳເລັດ

ໂຮງຮຽນແຫ່ງທີ 2 ຢູ່ໝູ່ເກາະເຈື່ອງຊາ ໄດ້ຮັບການກໍ່ສ້າງສຳເລັດ - ảnh 1
ນັກຮົບແລະ ເດັກນ້ອຍໃນເກາະ ຊິງຕົນ, ໝູ່ເກາະ ເຈື່ອງຊາ
(ພາບ: baomoi.com)

(vovworld) – ​ໃນ​ພິທີ​ສະຫຼຸບ​ລາຍການ ”​ເພື່ອ​ນັກຮຽນ​ເຈື່ອງ​ຊາ​ ທີ່​ຮັກ​ແພງ” ​ໄລຍະ 2, ​ເຊິ່ງຈັດ​ຂຶ້ນ​ຢູ່​ນະຄອນ​ໂຮ່ຈີ​ມິນ ​ໃນ​ຕອນ​ເຊົ້າ​ວັນ​ທີ 12/4. ຄະນະ​ຊີ້​ນຳ​ລາຍການ​ໃຫ້​ຮູ້ວ່າ ໂຮງຮຽນ​ແຫ່ງ​ທີ 2 ຢູ່​ໝູ່​ເກາະ​ເຈື່ອງ​ຊາ​ ໄດ້​ຮັບ​ການ​ກໍ່ສ້າງ​ສຳ​ເລັດ. ລາຍການ​ໂດຍ​ກອງ​ທຶນ​ສຶກສາ ວື່​ອາ​ຢີ໋ນ, ໜັງສືພິມ​ກົດໝາຍ​ນະຄອນ ​ໂຮ່ຈີ​ມິນ ​ແລະ ​ໂທລະພາບ​ນະຄອນ​ໂຮ່ຈີ​ມິນ ສົມທົບ​ກັນ​ຈັດ​ຕັ້ງ​ຂຶ້ນ. ​ໄລຍະ​ທີ 1 ​ຂອງ​ລາຍການໄດ້​ສຳ​ເລັດ ດ້ວຍ​ການ​ກໍ່ສ້າງ​ໂຮງຮຽນ​ໃນ​ເກາະ​ເຈື່ອງ​ຊາ​ໃຫຍ່ ​ແລະ ​ໄດ້​ເລີ່​ມນຳ​ໃຊ້​ແຕ່​ເດືອນ 4/2013 ​ແລ້ວ. ​ໄລຍະ​ທີ 2 ຂອງ​ລາຍການ​ນີ້​, ເລີ່​ມລົງມື​ກໍ່ສ້າງ​ແຕ່​ວັນ​ທີ 30/8/2013. ລາຍການ ”​ເພື່ອ​ນັກຮຽນ​ເຈື່ອງ​ຊາ​ ທີ່​ຮັກ​ແພງ” ​ໄດ້​ຮັບ​ການ​ສະໜັບສະໜູນຈາກ​ໝູ່​ຄະນະ ​ແລະ ສ່ວນ​ບຸກຄົນ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ດ້ວຍ​ຈຳນວນ​ເງິນກວ່າ 23 ຕື້​ດົ່ງ. ​ໂຮງຮຽນ​ໃນ​ເກາະ​ຊິງ​ໂຕ່ນ​ໄດ້​ຮັບ​ການ​ກໍ່ສ້າງ​ດ້ວຍ​ມູນ​ຄ່າ 12 ຕຶ້ດົ່ງ, ຈະ​ຖືກ​ນຳ​ເຂົ້າ​ໃຊ້​ການ​ໃນ​ວັນ​ທີ 19/4. ທ່ານ​ນາງ ​ເຈືອງ​ມີ້​ຮວາ, ອະດີດ​ຮອງ​ປະທານ​ປະ​ເທດ​ຫວຽດນາມ, ປະທານ​ກອງ​ທຶນ​ສຶກສາ ວື່​ອາ​ຢີ່ນ, ​ໃຫ້​ຮູ້​ວ່າ:

        ”​ເພື່ອ​ເຮັດ​ໃຫ້​ພໍ່​ແມ່​ນັກຮຽນ​ອູ່​ນອ່ຽນ​ໃຈ, ພ້ອມ​ກັບ​ທະຫານຕິດ​ພັນ​ກັບ​ໝູ່​ເກາະ, ທະ​ເລ​, ​ແມ່ນ​ຕ້ອງ​ມີ​ໂຮງຮຽນ​​ເພື່ອໃຫ້​ພວກ​ນ້ອງຮຳ່ຮຽນ, ​ເບິ່ງ​ແຍງ​ດູ​ແລ​ໃຫ້​ພວກ​ນ້ອງ ​ເພື່ອ​ໃຫ້​ປະຊາຊົນ​ອຸ່ນ​ອ່ຽນ​ໃຈ, ​ ປະກອບສ່ວນ​ເຂົ້າ​ໃນ​ການສ້າງສາ ​ແລະ ຮັກສາ​ສະຖຽນ​ລະ​ພາບ, ຄວາມ​ສະຫງົບ​ປອດ​ໄພ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ໃນ​ທະ​ເລ​ເກາະ​ຂອງ​ ພວກ​ເຮົາ

ຂ່າວ/ບົດ​ອື່ນ