ໂຮນລັງຖືເປັນສຳຄັນພັດທະນາການພົວພັນກັບຫວຽດນາມ

ໂຮນລັງຖືເປັນສຳຄັນພັດທະນາການພົວພັນກັບຫວຽດນາມ - ảnh 1
ທ່ານ​​ນາງເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ​ໂຮນ​ລັງ ໂງ​ທິ້​ຮ່​ວາ
ເຂົ້າ​ຢ້ຽມ​ຂ່ຳ​ນັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່​ກະ​ຊວງ​ການ​ຕ່າງ​ປະ​ເທດ​ໂຮນ​ລັງ
(ພາບ: thanhtra.com.vn)


(vovworld) - ​​ໃນ​ລະ​ຫວ່າງວັນ​ທີ 10/01 - 16/02, ເລີ່ມ​ຕົ້ນອາ​ຍຸ​ການປະ​ຕິ​ບັດ​ງານ​ຢູ່​ໂຮນ​ລັງ, ທ່ານ​​ນາງເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ​ໂຮນ​ລັງ ໂງ​ທິ້​ຮ່​ວາ, ໄດ້​ຍ​​ື່ນ​ສານ​ຕາ​ຕັ້ງ​ຕໍ່ເຈົ້າ​ຊ​ີ​ວິດ​ໂຮນ​ລັງ Wilem Alexander, ເຂົ້າ​ຢ້ຽມ​ຂ່ຳ​ນັບ​ທ່ານ​ນາງ​ເລ​ຂ​າ​ທິ​ການ​ໃຫຍ່​ກະ​ຊວງ​ການ​ຕ່າງ​ປະ​ເທດ​ໂຮນ​ລັງ J.M.G.Brandt ພ້ອມ​ກັບການ​ນຳ​ບັນ​ດາ​ຫົວ​ໜ່ວຍຂຶ້ນ​ກັ​ບ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ໂຮນ​ລັງ ຕາມ​ພິ​ທີ​ການ​ທູດ. ທີ່​ບັນ​ດາ​ການ​ພົບ​ປະ, ທ່ານ​ນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ໂງ​ທິ້​ຮ່​ວາ ໄດ້​ສະ​ແດງ​ຄວາມ​​ປິ​ຕິ​ຊົມ​ຊື່ນ​ເມື່ອ​ເຫັນ​ວ່າ, ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ມີ​ບາດກ​້າວ​ພັດ​ທະ​ນາ​ຢ່າງ​ດີ​ງາມ​ໃນ​ຫຼາຍ​ຂົງ​ເຂດ, ປາດ​ຖະ​ໜາ​ວ່າ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕ​ົນ​ເພື່ອ​ຊຸກ​ຍູ້​ການ​ພົວ​ພັນ​ໃຫ້​ສືບ​ຕໍ່​ພັດ​ທະ​ນາ.

        ການ​ນຳ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ໂຮນ​ລັງ ແລະ ບັນ​ດາ​ກົມໃນ​ກະ​ຊວງ​ໄດ້​ເນັ້​ນ​ໜັກ​ວ່າ, ໂຮນ​ລັງ ຖື​ເປັນ​ສຳ​ຄັນ​​ການ​ພັດ​ທະ​ນາ​ກາ​ນ​ພົວ​ພັນ​ກັບ​ຫວຽດ​ນາມ, ຍາມ​ໃດ 2 ປະ​ເທດກໍ່​ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ ແລະ ກັນ​ໃນ​ບັນ​ຫາ​ພາກ​ພື້ນ ແລະ ສາ​ກົນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ການ​ນຳ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ໂຮນ​ລັງ ຢືນ​ຢັນ​ວ່າ ຈະ​ສືບ​ຕໍ່​ສະ​ໜັບ​ສະ​ໜູນ ແລະ ຊຸກ​ຍູ້ລາ​ຊະ​ວົງ, ​ລັດ​ຖະ​ບານ, ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ ແລະ ວິ​ສາ​ຫະ​ກິດ​ໂຮນ​ລັງ ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ກັບ​ຫວຽດ​ນາມ.

ຂ່າວ/ບົດ​ອື່ນ