ໃນ​ປີ 2020, ແຮງ​ງານ 250 ລ້ານ​ຄົນ ໃນ​ໂລກ​ຖືກວ່າງ​ງານ

(VOVWORLD) - ຕາມທ່ານ Guy Ryder ຜູ້ອຳນວຍການ ILO ແລ້ວ, ນີ້ແມ່ນວິກິດການຢ່າງໜັກໜ່ວງທີ່ສຸດ ທີ່ຕະຫຼາດແຮງງານທົ່ວໂລກຕ້ອງຜ່ານຜ່ານັບແຕ່ສະໄໝວິກິດການຂະໜາດໃຫຍ່ເກີດຂຶ້ນ ໃນຊຸມປີ 1930. 
ໃນ​ປີ 2020, ແຮງ​ງານ 250 ລ້ານ​ຄົນ ໃນ​ໂລກ​ຖືກວ່າງ​ງານ - ảnh 1ປະຊາຊົນເຂົ້າຮ່ວມງານຕະຫຼາດນັດວຽກເຮັດງານທຳ ຢູ່ ຈີນ (ພາບ: THX/ TTXVN)

ວັນທີ 25 ມັງກອນ, ອົງການແຮງງານສາກົນ (ILO) ໃຫ້ຮູ້ວ່າ ໂລກລະບາດໂຄວິດ - 19 ໄດ້ກໍ່ຄວາມເສຍຫາຍຢ່າງໜັກໜ່ວງຕໍ່ຕະຫຼາດວຽກເຮັດງານທຳໃນທົ່ວໂລກ, ເຮັດໃຫ້ແຮງງານໃນໂລກ 250 ລ້ານຄົນ ຖືກວ່າງງານ ໃນປີ 2020. ILO ໃຫ້ຮູ້ວ່າ ດ້ວຍຈຳນວນອອກແຮງງານຖືກຫຼຸດລົງຄືແນວນັ້ນ, ລາຍຮັບຂອງແຮງງານ ໃນທົ່ວໂລກກໍ່ຫຼຸດລົງ 8,3% ທຽບເທົ່າປະມານ 3.700 ຕື້ USD.

        ຕາມທ່ານ Guy Ryder ຜູ້ອຳນວຍການ ILO ແລ້ວ, ນີ້ແມ່ນວິກິດການຢ່າງໜັກໜ່ວງທີ່ສຸດ ທີ່ຕະຫຼາດແຮງງານທົ່ວໂລກຕ້ອງຜ່ານຜ່ານັບແຕ່ສະໄໝວິກິດການຂະໜາດໃຫຍ່ເກີດຂຶ້ນ ໃນຊຸມປີ 1930. ທ່ານ  Ryder ເນັ້ນໜັກວ່າ ຍັງມີປະຊາຊົນປະມານ 81 ລ້ານຄົນ ບໍ່ຈົດທະບຽນເຂົ້າຈຳນວນຜູ້ວ່າງງານ ແຕ່ຖືກຄັດອອກຈາກຕະຫຼາດແຮງງານແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ