( vovworld ) - ຕາມຕົວເລກສະຖິຕິຂອງກົມການລົງທຶນຕ່າງປະເທດ, ກະຊວງແຜນການ ແລະ ການລົງທຶນຫວຽດນາມ ແລ້ວ, ໃນສອງເດືອນຕົ້ນປີ 2012, ຫວຽດນາມ ດຶງດູດເງິນລົງທຶນຈາກຕ່າງປະເທດໄດ້ກວ່າ 1,2 ຕື້ USD, ເທົ່າກັບ 45,5% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2011. ບັນດາໂຄງການລົງທຶນໂດຍກົງຈາກຕ່າງປະເທດຄາດວ່າປ່ອຍເງິນໄດ້ 1 ຕື້ USD, ເທົ່າກັບ 91% ເມື່ອທຽບໃສ່ກັບປີ 2011. ຂົງເຂດອຸດສາຫະກຳປຸງແຕ່ງ, ການຜະລິດອຸດສາຫະກຳສືບຕໍ່ດຶງດູດຄວາມສົນໃຈຂອງນັກລົງທຶນຕ່າງປະເທດດ້ວຍ 26 ໂຄງການລົງທຶນຈົດທະບຽນໃໝ່, ສະໜອງຈຳນວນເງິນລົງທຶນທຶນໃໝ່ ແລະ ເພີ່ມເຕີມເກືອບ 1 ຕື້ USD, ກວມເອົາ 81% ຍອດຈຳນວນເງິນລົງທຶນຈົດທະບຽນໃນສອງເດືອນຕົ້ນປີ.
ໄລ່ມາຮອດເດືອນ 2/2012, ຫວຽດນາມ ມີ 15 ແຂວງ, ນະຄອນທີ່ມີໂຄງການລົງທຶນໂດຍກົງຈາກຕ່າງປະເທດ, ໃນນັ້ນນະຄອນ ຮາຍຟ່ອງ ແມ່ນທ້ອງຖິ່ນທີ່ດຶງດູດເງິນລົງທຶນຫຼາຍສຸດດ້ວຍຍອດຈຳນວນເງິນລົງທຶນຈົດທະບຽນໃໝ່ 605 ລ້ານ USD ແລະເພີ່ມເຕີມຂື້ນ, ຖັດມາແມ່ນແຂວງ ແຂງຮ່ວາ, ບິ່ງເຢືອງ… ໃນຈຳນວນ 23 ປະເທດ ແລະ ເຂດແຄວ້ນທີ່ມີໂຄງການລົງທຶນຢູ່ຫວຽດນາມ ເຊິ່ງໄດ້ຮັບໜັງສືອະນຸຍາດໃໝ່, ຍີປຸ່ນແມ່ນນັກລົງທຶນໃຫຍ່ສຸດດ້ວຍຍອດຈຳນວນເງິນຈົດທະບຽນ ແລະ ໄດ້ຮັບອະນຸຍາດໃໝ່ ແລະ ເພີ່ມເຕີມຂື້ນເຖິງ 1 ຕື້ USD.