ໃນອາທິດນີ້, ບັນດາສະມາຊິກສະພາ ແຫ່ງຊາດຈະສຸມໃສ່ ວຽກງານສ້າງກົດໝາຍ
(ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ)
(vovworld) – ວັນທີ 26/05, ທີ່ກອງປະຊຸມສະໄໝສາມັນເທື່ອທີ 7 ສະພາແຫ່ງຊາດຫວຽດນາມ ຊຸດທີ 13. ບັນດາສະມາຊິກສະພາແຫ່ງຊາດຈະສຸມໃສ່ວຽກງານສ້າງກົດໝາຍ. ສະພາແຫ່ງຊາດໄດ້ຮັບຟັງໃບສະເໜີ ແລະ ບົດລາຍການກວດກາຮ່າງກົດໝາຍວ່າດ້ວຍວິສາຫະກິດ (ສະບັບປັບປຸງ) ແລະ ຮັບຟັງບົດລາຍງານອະພິປາຍກ່ຽວກັບການຮັບຮອງ, ປັບປຸງຮ່າງກົດໝາຍວ່າດ້ວຍການລົ້ມລະລາຍ (ສະບັບປັບປຸງ) ແລະ ປຶກສາຫາລືກ່ຽວກັບບາງເນື້ອໃນທີ່ຍັງມີຄວາມເຫັນແຕກຕ່າງກັນຂອງຮ່າງກົດໝາຍດັ່ງກ່າວ. ສະພາແຫ່ງຊາດຮັບຟັງໃບສະເໜີ ແລະ ບົດລາຍງານກວດກາຮ່າງກົດໝາຍວ່າດ້ວຍປະກັນໄພສັງຄົມ (ສະບັບປັບປຸງ) ແລະ ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບການຄາດຄະເນໂຄງການສ້າງກົດໝາຍ, ລັດຖະບັນຍັດປີ 2015, ປັບປຸງໂຄງການສ້າງກົດໝາຍ, ລັດຖະບັນຍັດຊຸດທີ 13 ແລະ ປີ 2014 ຂອງສະພາແຫ່ງຊາດ.
ໃນວາລະເຮັດວຽກຕອນເຊົ້າວັນທີ 26/05 ຂອງສະພາແຫ່ງຊາດຊຸດທີ 13, ພາຍໃຕ້ການຊີ້ນຳຂອງທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ.
ພາຍຫຼັງຮັບຟັງໃບສະເໜີ, ບົດລາຍການກວດກາກ່ຽວກັບບັນດາຮ່າງກົດໝາຍວ່າດ້ວຍວິສາຫະກິດ (ສະບັບປັບປຸງ), ບັນດາສະມາຊິກສະພາແຫ່ງຊາດຖືວ່າ ການປັບປຸງກົດໝາຍວ່າດ້ວຍວິສາຫະກິດ ແມ່ນຈຳເປັນ ແລະ ເຊື່ອໝັ້ນວ່າ ຮ່າງກົດໝາຍວ່າດ້ວຍວິສາຫະກິດ (ສະບັບປັບປຸງ) ຈະປະກອບສ່ວນຊ່ວຍຫວຽດນາມ ປົວແປງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ, ພ້ອມທັງຊ່ວຍລັດຖະບານຕິດຕາມກວດກາການເຄື່ອນໄຫວຂອງວິສາຫະກິດເປັນຢ່າງດີກວ່າ. ສະມາຊິກສະພາແຫ່ງຊາດສ່ວນຫຼາຍໄດ້ເຫັນດີກັບການປັບປຸງກົດໝາຍວ່າດ້ວຍວິສາຫະກິດ ຄັ້ງນີ້, ພິເສດແມ່ນສ້າງຄວາມສະເໝີພາບໃຫ້ບັນດາວິສາຫະກິດໃນວິວັດການເຊື່ອມໂຍງ ແລະ ພັດທະນາ.
ເວລາຍັງເຫຼືອໃນຕອນເຊົ້າວັນທີ 26/05, ສະພາແຫ່ງຊາດໄດ້ຮັບຟັງບົດລາຍງານອະພິປາຍກ່ຽວກັບການຮັບຮອງ, ປັບປຸງຮ່າງກົດໝາຍວ່າດ້ວຍການລົ້ມລະລາຍ (ສະບັບປັບປຸງ). ຄຳເຫັນຂອງສະມາຊິກສະພາແຫ່ງຊາດສ່ວນຫຼາຍໄດ້ເຫັນດີຕໍ່ເປົ້າໝາຍນຳໃຊ້ກົດໝາຍແມ່ນວິສາຫະກິດ ແລະ ສະຫະກອນ. ຄຽງຂ້າງນັ້ນ, ບັນດາສະມາຊິກສະພາແຫ່ງຊາດກໍ່ມີບັນດາຄຳເຫັນທີ່ແຕກຕ່າງກັນກ່ຽວກັບບັນຫາສິດຕັດສິນຄະດີລົ້ມລະລາຍຂອງສານປະຊາຊົນ.
ໃນການປຶກສາຫາລືເມື່ອຕອນບ່າຍ 26/5 ຢູ່ຫໍປະຊຸມກ່ຽວກັບຮ່າງໂຄງການສ້າງກົດໝາຍ, ລັດຖະບັນຍັດປີ 2015, ປັບປຸງໂຄງການສ້າງກົດໝາຍ, ລັດຖະບັນຍັດຊຸດທີ 13 ແລະ ປີ 2014 ຂອງສະພາແຫ່ງຊາດ, ພ້ອມກັບບັນດາຄຳເຫັນທີ່ເຫັນດີເຫັນພ້ອມນັ້ນ, ຍັງມີສະມາຊິກຫຼາຍທ່ານຖືວ່າ ຄວນຍົກສູງຄຸນນະພາບການສ້າງກົດໝາຍເພື່ອໃຫ້ບັນດາກົດໝາຍເຂົ້າສູ່ຊີວິດຕົວຈິງ, ໃຫ້ບຸລິມາສິດແກ່ບັນດາຮ່າງກົດໝາຍທີ່ສຳຄັນເພື່ອສອດຄ່ອງກັບລັດຖະທຳມະນູນ ປີ 2013.