ໄຂ Sea Games 27

ໄຂ Sea Games 27 - ảnh 1
ພິທີ​ໄຂ​ງານ​ມະຫາກຳ​ກິລາ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ 27
photo:vtc

(vovworld)-  ​ພິທີ​ໄຂ​ງານ​ມະຫາກຳ​ກິລາ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ (Sea Games 27) ພາຍ​ໃຕ້​ຫົວ​ຂໍ້​ວ່າ: “ຂຽວ-​ສະອາດ ​ແລະ ສັນຕິພາບ”ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ຄຳ່​ວັນ​ທີ 11/12 ຢູ່​ສະຫນາມກິລາ Wunna Theikdi ນະຄອນຫລວງ Pyi Daw ປະ​ເທດ ມຽນມາ ​ຢ່າງ​ຟົດ​ຟື້ນ, ​ເຕັມ​ໄປ​ດ້ວຍ​ສີສັນຊາດ​ຂອງ​ປະ​ເທດມຽນມາ. ​​ເປີດ​ສາກ​ໃຫ້​ແກ່​ພິທີ​ໄຂ ​ແມ່ນ​ ລາຍການ​ວາດ​ພາບ​ກ່ຽວກັບ​ປະຫວັດຄວາມ​ເປັນ​ມາ​ຂອງ​ປະ​ເທດ​ມຽນມາ  ​ໂດຍມີການ​​ເຂົ້າ​ຮ່ວມ​ຂອງ​​ນັກສະ​ແດງ​ກວ່າ 8000 ຄົນ. ຜ່ານພິທີ​ໄຂ, ປະ​ເທດ​ເຈົ້າ​ພາບ Sea Games 27 ຢາກ​ສົ່ງ​ສານ​ຮຽກຮ້ອງ​ການ​ອະນຸລັກ​ຮັກສາ​ສິ່ງ​ແວດ​ລ້ອມ, ສ້າງ​ຫນ່ວຍ​ໂລກ​ຂຽວ ພ້ອມ​ທັງ​ເຊີດ​ຊູ​ນຳ້​ໃຈ​ສາມັກຄີ, ສະຫນິດ​ຕິດ​ພັນ ລະຫວ່າງ​ບັນດາ​ປະ​ເທດ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້. ມຽນມາ​ກໍຢາກ​ໂຄສະນາ​ຮູບ​ພາບ​ກ່ຽວ​ກັບປະ​ເທດ​ມຽນມາ​ໃຫມ່​ເຖິງ​ທົ່ວ​​ໂລກ.

ຂ່າວ/ບົດ​ອື່ນ