ໄຂກອງປະຊຸມ ຊາວຫວຽດນາມອາໄສຢູ່ຕ່າງປະເທດ ຄັ້ງທີ່ 2
ກອງປະຊຸມຊາວຫວຽດນາມອາໄສຢູ່ຕ່າງປະເທດຄັ້ງທີ່ 2 ຖືກໄຂຂຶ້ນໃນຕອນເຊົ້າວັນທີ 27/9
(ພາບ: baohanoimoi)
|
Vovworld- ຕອນເຊົ້າວັນທີ 27/9 ຢູ່ນະຄອນໂຮ່ຈິມິນ, ໄດ້ໄຂກອງປະຊຸມຊາວ ຫວຽດນາມອາໄສຢູ່ຕ່າງປະເທດຄັ້ງທີ່ 2 ດ້ວຍຫົວເລື່ອງ “ ວິໄສທັດເຖິງປີ 2020 - ປະຊາຄົມຊາວຫວຽດນາມອາໄສຢູ່ຕ່າງປະເທດເຊື່ອມໂຍງ ແລະ ພັດທະນາພ້ອມກັບປະເທດຊາດ” ໂດຍກະຊວງການຕ່າງປະເທດ, ຄະນະກຳມະການແຫ່ງລັດກ່ຽວກັບຊາວ ຫວຽດນາມອາໄສຢູ່ຕ່າງປະເທດຈັດຕັ້ງຂຶ້ນ ໂດຍມີການເຂົ້າຮ່ວມຂອງທ່ານນາງ Nguyen Thi Doan ຮອງປະທານປະເທດ, ທ່ານ Le Hong Anh ຜູ້ປະຈຳການຄະນະເລຂາສູນກາງພັກ, ທ່ານ Huynh Dam ປະທານ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມພ້ອມກັບ ຜູ້ນຳອີກຫຼາຍທ່ານ ແລະ ຜູ້ຕາງໜ້າຊາວຫວຽດນາມອາໄສຢູ່ຕ່າງປະເທດເກືອບ 1000 ຄົນ.
ທີ່ກອງປະຊຸມ, ທ່ານ Le Hong Anh ຜູ້ປະຈຳການຄະນະເລຂາສູນກາງພັກໄດ້ຢືນຢັນວ່າກອງປະຊຸມຄັ້ງນີ້ ແມ່ນມີ ຄວາມໝາຍສຳຄັນ, ແມ່ນປະກົດການ ທີ່ມີຊີວິດຊີວາໃຫ້ແກ່ເຈດຈຳນົງ ແລະ ຄວາມມຸ່ງຫວັງຂອງຊາວ ຫວຽດນາມອາໄສຢູ່ຕ່າງປະເທດ ກ່ວາ 4 ລ້ານຄົນພວມພ້ອມກັນສາມັກຄີກັນເພື່ອສ້າງປະຊາຄົມຊາວ ຫວຽດນາມອາໄສຢູ່ຕ່າງປະເທດໃຫ້ເຂັ້ມແຂງ, ອວາຍໜ້າເມືອຫາປະເທດຊາດ . ທ່ານ Le Hong Anh ເນັ້ນໜັກວ່າ :
“ ມີຄຳຄິດຄຳເຫັນຫຼາຍຂໍ້ຂອງຊາວ ຫວຽດນາມອາໄສຢູ່ຕ່າງປະເທດໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນບັນດາລັດຖະນະໂຍບາຍໃຫຍ່ຂອງພັກ, ລັດ ກ່ຽວກັບການພັດທະນາເສດຖະກິດ-ສັງຄົມ ແລະ ປົກປັກຮັກສາອະທິປະໄຕຂອງປະເທດຊາດ. ນ້ຳໃຈອັນສູງສົ່ງດັ່ງກ່າວໄດ້ສະແດງໃຫ້ເຫັນແຈ້ງສາຍຈິດມິດໃຈ ແລະ ທັດສະນະ ຊາວຫວຽດນາມອາໄສຢູ່ຕ່າງປະເທດແມ່ນພາກສ່ວນໜຶ່ງບໍ່ອາດຕັດແຍກອອກຈາກປະເທດຊາດ ແລະ ເປັນແຫຼ່ງກຳລັງຂອງຊາດຫວຽດນາມ, ຂອງພັກ ແລະ ລັດຫວຽດນາມ ” ນັບແຕ່ພາຍຫຼັງກອງປະຊຸມຊາວ ຫວຽດນາມອາໄສຢູ່ຕ່າງປະເທດຄັ້ງທີ່ 1 ປີ 2009 ມາຮອດປະຈຸບັນ, ມີຫຼາຍແຜນນະໂຍບາຍ, ນະໂຍບາຍສືບຕໍ່ໄດ້ຮັບການປະກາດໃຊ້ຫຼືປັບປຸງ, ສ້າງໃຫ້ສົມບູນແບບ, ສາມາດຕອບສະໜອງສິດຜົນປະໂຫຍດອັນແທດຈິງຂອງປະຊາຄົມຊາວຫວຽດນາມອາໄສຢູ່ຕ່າງປະເທດ. ແຕ່ໃນໄລຍະທີ່ຜ່ານມາ ມີບັນດານະໂຍບາຍທີ່ມີຕໍ່ຊາວຫວຽດ ນາມອາໄສຢູ່ຕ່າງປະເທດຍັງຖືກຄ້າງຄາໃນການຜັນຂະຫຍາຍ ແລະ ຍັງຂາດບັນດານະໂຍບາຍ, ມາດຕະການລະອຽດເພື່ອຮຽກຮ້ອງ ແລະ ສ້າງເງື່ອນໄຂໜູນຊ່ວຍປັນຍາຊົນຊາວ ຫວຽດນາມອາໄສຢູ່ຕ່າງປະເທດກັບເມືອເຮັດວຽກຢູ່ບ້ານເກີດເມືອງນອນ. ທ່ານ Le Hong Anh ສະເໜີກອງປະຊຸມຄວນຕີລາຄາຢ່າງເຕັມສ່ວນກ່ຽວກັບສະພາບການ ແລະ ທ່າອຽງພັດທະນາຂອງປະຊາຄົມຊາວ ຫວຽດ ນາມອາໄສຢູ່ຕ່າງປະເທດ ເພື່ອຈາກນັ້ນຍືນສະເໜີຕໍ່ພັກ ແລະ ລັດສ້າງແຜນການຂົນຂວາຍຊາວ ຫວຽດນາມອາໄສຢູ່ຕ່າງປະເທດໃນສະເພາະໜ້າ ແລະ ຍາວນານ. ທ່ານ Ho Van Minh ສັງກັດສະມາຄົມ ຊາວ ຫວຽດນາມອາໄສຢູ່ແຂວງສະຫວັນນະເຂດປະເທດລາວໃຫ້ຮູ້ວ່າ :
“ ຈິດໃຈຂອງຂ້າພະເຈົ້າແມ່ນເຮັດແນວໃດເພື່ອເກັບຮັກສາ ແລະ ອະນຸລັກພາສາຫວຽດໃນວົງຄະນະຍາດເປັນຢ່າງດີທີ່ສຸດ ແມ່ນນັບແຕ່ເມື່ອເຂົ້າຮຽນຫ້ອງປ 1 ຈົນເຖິງເວລາເຕີບໃຫຍ່. ດ້ວຍວິທີຖ່າຍທອດພາສາຫວຽດຜ່ານພິທີໂຮມຊຸມນຸມມິດຕິງ, ແລກປ່ຽນເອກະສານຜ່ານ Internet , ການສະແດງສິລະປະ ແລະ ອືນໆ. ພວກຂ້າພະເຈົ້າຢາກຖ່າຍທອດຮູບພາບດ້ວຍຮູບເງົາ, ປຶ້ມອ່ານ, ໜັງສືພິມ... ”