ໄຂກອງປະຊຸມຄັ້ງທີ 11 ຄະນະປະຈຳສະພາ ແຫ່ງຊາດ

ໄຂກອງປະຊຸມຄັ້ງທີ 11 ຄະນະປະຈຳສະພາ ແຫ່ງຊາດ - ảnh 1
ໄຂ​ກອງ​ປະຊຸມ​ຄັ້ງ​ທີ 11 ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ
(ພາບ: baohaiquan.vn)


(vovworld) -     ຕອນ​ເຊົ້າ​ວັນ​ທີ 12/9, ຢູ່​ຮ່າ​ໂນ້ຍ, ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ​ປະທານ​ສະ​ພາ​ແຫ່ງ​ຊາດ​ຫວຽດນາມ Nguyen Sinh Hung, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ໄຂ​ກອງ​ປະຊຸມ​ຄັ້ງ​ທີ 11. ກ່າວ​ຄຳ​ເຫັນ​​ໄຂ​ກອງ​ປະຊຸມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung ​ໃຫ້​ຮູ້​ວ່າ ທີ່​ກອງ​ປະຊຸມ​ຄັ້ງ​ນີ້ ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຈະ​ໃຫ້​ຄຳ​ຄິດ​ຄຳ​ເຫັນ​ກ່ຽວກັບ​ແຜນ​ຮ່າງຂັ້ນ​ຕອນ, ລະບຽບ​ການ, ວິທີ​ການ​ປະຕິບັດ​ການຮັບ​ບັດ​ໄວ້​ວາງ​​ໃຈ​ຕໍ່​ຜູ້​ຮັກສາ​ຕຳ​ແໜ່​ງ​ໂດຍ​ສະພາ​ແຫ່ງ​ຊາດ, ສະພາ​ປະຊາຊົນ​ເລືອກ​ຕັ້ງ ຫຼື ​ໃຫ້​ສັດຕະຍາບັນ. ​ໃຫ້​ຄຳ​ຄິດ​ຄຳ​ເຫັນ​ກ່ຽວ​ກັບບົດ​ລາຍ​ງານ​ການ​ຕິດຕາມ​ກວດກາ​ການປະຕິບັດ​ນະ​ໂຍບາຍ, ກົດໝາຍ​ກ່ຽວ​ກັບ​ທີ​່ດິນປຸກ​ສ້າງ, ທີ່ດິນ​​ທຳ​ການຜະລິດ​ໃຫ້​ແກ່​ປະຊາຊົນບັນດາ​ເຜົ່າ​ສ່ວນ​ໜ້ອຍ, ປະຕິບັດ​ນະ​​ໂຍບາຍ, ກົດໝາຍ​ກ່ຽວ​ກັບການ​ແກ້​ໄຂ​ການ​ຮ້ອງ​ຟ້ອງ, ຮ້ອງທຸກຂອງ​ພົນລະ​ເມືອງ​ທີ່​ມີຕໍ່​ບັນ​ດາ​ຂໍ້​ຕົກລົງ​ດ້ານບໍລິຫານກ່ຽວ​ກັບ​ທີ່​ດິນ. ກ່ຽວ​ກັບ​ວຽກງານ​ສ້າງ​ກົດໝາຍ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຈະ​ໃຫ້​ຄຳ​ຄິດຄຳ​ເຫັນ​ກ່ຽວ​ກັບຮ່າງ​ກົດໝາຍ​ 10 ສະບັບ, ​ໃນ​ນັ້ນມີ​ບັນດາ​ຮ່າງ​ກົດໝາຍ​ສຳຄັນ​ຄື ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ (ສະບັບ​ປັບປຸງ); ກົດໝາຍ​ວ່າ​ດ້ວຍ​ການປ້ອງ​ກັນ, ຕ້ານ​ໄພ​ສໍ້​ລາດ​ບັງ​ຫຼວງ​ (ສະບັບ​ປັບປຸງ) ​ແລະ ບາງ​ເນື້ອ​ໃນ​ສຳຄັນ​ອື່ນໆ.

ພາຍຫຼັງ​​ວາລະໄຂ​ກອງ​ປະ​ຊຸມ, ​ປຶກສາ​ກ່ຽວ​ກັບ​ບັນດາ​ບົດ​ລາຍ​ງານ​ຮ່າງ​ແຜນການ​ກວດ​ສອບ​ບັນຊີ​ປີ 2013, ຄະນະ​ປະຈຳ​ສະພາ​​ແຫ່ງ​ຊາດ ​ໄດ້​ສະ​ເໜີ​ໃຫ້ອົງການ​ກວດສອບ​ບັນຊີ​ແຫ່ງ​ລັດ ຄວນ​ພິຈາລະນາກວດສອບ​ບັນຊີຫົວ​ເລື່ອງ​ສະ​ເພາະ​ທີ່​ມີ​ຕໍ່​ບັນດາ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ, ​ເລື່ອງ​ຄຸ້ມ​ຄອງ ​ແລະ ນຳ​ໃຊ້​ທີ​ດິນ​ຢູ່​ບັນດາ​ເຂດ​ອຸດສາຫະກຳ, ຄຸ້ມ​ຄອງ, ນຳ​ໃຊ້​ບັນດາ​ກອງ​ທຶນ​ຂອງ​ລັດ. ທ່ານ Nguyen Van Hien, ຫົວໜ້າ​ກຳມາ​ທິການ​ກົດໝາຍ, ​ໃຫ້ຄຳ​ເຫັນ​ວ່າ.

“ກ່ຽວ​ກັບ​ແຜນການ​ກວດ​ສອບ​ບັນຊີ, ພວກ​ຂ້າພະ​ເຈົ້າ​ເຫັນ​ດີ​​ກັບ​ບົດ​ລາຍ​ງານ ​ໂດຍ​ພື້ນຖານ ​ແຕ່​ຫວັງ​ວ່າ ພວກ​ເຮົາຂອງ​ປະຕິບັດ​​ຂໍ້​ສະ​ເໜີ​ແນະ​ພາຍຫຼັງ​ການກວດ​ສອບ​ບັນຊີ ​ເປັນ​ຢ່າງ​ດີ, ພິ​ເສດ​​​ແມ່ນເພື່ອຊ່ວຍ​ໃຫ້​ພັກ, ລັດ ​ໃນ​ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ຕໍ່ສູ້, ຕ້ານ​ໄພ​ສໍ້​ລາດ​ບັງ​ຫຼວງ. ​ໃນ​​ໄລຍະ​ຈະ​ມາ​ເຖິງ​ເມື່ອຮັບຮອງ​ເອົາ​ກົ​ດໝາຍວ່າ​ດ້ວຍ​ການ​ປ້ອງ​ກັນ, ຕ້ານ​ໄພ​ສໍ້​ລາດ​ບັງ​ຫຼວງ ​ແລະ ຈະ​ມີ​ບາງ​ຂໍ້​ມາດຕາທີ່​ກ່ຽວຂ້ອງ​ເຖິງ​ໜ້າ​ທີ່​ຮັບຜິດຊອບ​ຂອງອົງການ​ກວດສອບ​ບັນຊີ​ແຫ່ງ​ລັດ”.

ຂ່າວ/ບົດ​ອື່ນ