ໄຂກອງປະຊຸມຄັ້ງທີ 15 ບັນດາແຂວງ ນຳໃຊ້ເສັ້ນທາງເລກ 8 ແລະເລກ 12
ກອງປະຊຸມຂັ້ນສູງຄັ້ງທີ 15 ບັນດາແຂວງຂຶ້ນກັບ 3 ປະເທດຫວຽດນາມ-ລາວ-ໄທ ນຳໃຊ້ເສັ້ນທາງເລກ 8 ແລະເລກ 12 ໄດ້ໄຂຂຶ້ນໃນວັນທີ 6/1 ຢູ່ແຂວງກວາງບິ່ງ. ກອງປະຊຸມໄດ້ເຫັນດີເປັນເອກະສັນ ເພື່ອຊຸກຍູ້ການພົວພັນຮ່ວມມືລະຫວ່າງແຂວງຕ່າງໆໃນໄລຍະທີ່ຈະມາເຖິງກ່ວາອີກ, ຈະສຸມໃສ່ສະເໜີຕໍ່ລັດຖະບານບັນດາປະເທດ ເພື່ອນຳເສັ້ນທາງເລກ 8 ແລະເລກ 12 ເຂົ້າໃນສັນຍາແມ່ກ່ຽວກັບການສ້າງເງື່ອນໄອຳນວຍຄວາມສະດວກໃຫ້ແກ່ການຂົນສົ່ງມະນຸດ ແລະສິນຄ້າລະຫວ່າງບັນດາປະເທດອະນຸພາກພື້ນແມ່ນ້ຳຂອງ, ພ້ອມທັງປະຕິບັດບັນດາເນື້ອໃນຮ່ວມມື, ເອກະພາບຄ່າທຳນຽມຂົນສົ່ງສິນຄ້າ ແລະສັນຍາຂົນສົ່ງສິນຄ້າ ເພື່ອພັດທະນາວົງເງິນການຄ້າພາກພື້ນໃຫ້ລືນກາຍ 10.000 ຕື້ດົ່ງ. ຜູ້ຕາງໜ້າການນຳບັນດາແຂວງເຂົ້າຮ່ວມກອງປະຊຸມ ໄດ້ລົງນາມໃນບົດບັນທຶກລວມ ກ່ຽວກັບການຮ່ວມມືດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວ, ຄົມມະນາຄົມຂົນສົ່ງ, ການສຶກສາບຳລຸງສ້າງ…..