ໄຂກອງປະຊຸມຄັ້ງທີ 16 ຄະນະປະຈຳສະພາແຫ່ງຊາດ

ໄຂກອງປະຊຸມຄັ້ງທີ 16 ຄະນະປະຈຳສະພາແຫ່ງຊາດ - ảnh 1
(ພາບປະກອບ)
(vovworld) -     ຕອນ​ເຊົ້າ​ວັນ​ທີ 18/03, ຢູ່​ຮ່າ​ໂນ້ຍ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໄດ້​ໄຂ​ກອງ​ປະຊຸມ​ຄັ້ງ​ທີ 16 ດ້ວຍ​ບັນດາ​ເນື້ອ​ໃນ​ທີ່​ສຳຄັນ​ເພື່ອ​ກະກຽມ​ໃຫ້​ແກ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​​ເທື່ອ​ທີ 5 ສະພາ​ແຫ່ງ​ຊາດ​ຫວຽດ​ນາມ​ຊຸດ​ທີ 13. ກອງ​ປະຊຸມ​ໄດ້​ດຳ​ເນີນ​ໄປ​ໃນ​ລະຫວ່າງ​ວັນ​ທີ 18 – 22/03. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ໃຫ້​ຮູ້​ວ່າ, ທີ່​ກອງ​ປະຊຸມ​ຄັ້ງນີ້, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຈະ​ໃຫ້​ຄຳ​ຄິດ​ຄຳ​ເຫັນ​ກ່ຽວ​ກັບ 8 ຮ່າງ​ກົດໝາຍ ​ແລະ ລັດຖະບັນ​ຍັດເຊິ່ງລວມມີ; ກົດໝາຍ​ວ່າ​ດ້ວຍ​ການ​ປັບປຸງ, ​ເພີ່ມ​ເຕີ່​ມບາງ​ຂໍ້​ມາດຕາ​ຂອງ​ບັນດາ​ກົດໝາຍຄື; ກົດໝາຍ​ວ່າ​ດ້ວຍ​ມູນ​ຄ່າ​ເພີ່ມ, ກົດໝາຍ​ວ່າ​ດ້ວຍ​ພາສີ​ລາຍ​ຮັບ​ວິ​ສາ​ຫະກິດ, ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ, ຕ້ານ​ໄຟ​ໄໝ້, ກົດໝາຍ​ວ່າ​ດ້ວຍ​ການ​ແຂ່ງ​ຂັນ, ຍໍ້​ອງຍໍ, ກົດໝາຍ​ວ່າ​ດ້ວຍ​ການ​ຢູ່​ອາ​ໄສ, ຮ່າງ​ກົດໝາຍ​ວ່າ​ດ້ວຍ​ປະຕິບັດ​ການ​ປະຢັດ, ຕ້ານການ​ຟຸມ​ເຟືອຍ (ສະບັບ​ປັບປຸງ); ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ຕ້ອນຮັບ​ພົນ​ລະ​ເມືອງ ​ແລະ ພິຈາລະນາ, ຮັບຮອງ​ເອົາ​ລັດຖະບັນຍັດ​ສະບັບປັບປຸງ, ​ເພີ່ມ​ເຕີ່​ມບາງ​ຂໍ້​ມາດຕາ​ຂອງລັດຖະບັນຍັດ​ກ່ຽວ​ກັບ​ເງິນຕາ​ຕ່າງປະ​ເທດຟາກ​ມາ. ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ກໍ​ຈະ​ປຶກສາ​ຫາລື​ກ່ຽວ​ກັບ​ແຜນ​ຮ່າງ​ສືບ​ຕໍ່​ປ່ຽນ​ໃໝ່​ໂຄງ​ປະກອບ​ການ​ຈັດ​ຕັ້ງ​ບັນດາ​ອົງການ​ຂອງ​ສະພາ​ແຫ່ງ​ຊາດ ​ແລະ ວຽກ​ງານ​ກະກຽມ​ລົງມະຕິ​ໄວ້​ວາງ​ໃຈ​ສຳລັບ​ຜູ້​ດຳ​ລົງ​ຕຳ​ແໜ່​ງ​ໂດຍ​ສະພາ​ແຫ່ງ​ຊາດ​ໃຫ້​ສັດຕະຍາບັນ​ຢູ່ທີ່​ກອງ​ປະຊຸມ​ຄັ້ງ​ທີ 5 ຈະ​ມາ​ເຖິງ. ກ່ຽວ​ກັບ​ບັນດາ​ນີ້, ທ່ານ​ປະທານ​ສະ​ພາ​​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ໄດ້​ເອົາ​ໃຈ​ໃສ່​ວ່າ.

        “​ເພື່ອ​ໃຫ້​ວຽກ​ງານ​ລົງມະຕິໄວ້​ວາງ​ໃຈ​ທີ່​ກອງ​ປະຊຸ​ມຄັ້ງ​ທີ 5 ສຳລັບບັນດາ​ຜູ້ດຳ​ລົງ​ຕຳ​ແໜ່​ງ​ໂດຍ​ສະພາ​ແຫ່ງ​ຊາດ​ເລືອ​ກຕັ້ງ ຫຼື ​ໃຫ້​ສັດຕະຍາບັນປະສົບຜົນສຳ​ເລັດ ພວກ​ເຮົາ​ຈະ​ຕ້ອງປຶກສາຫາລື​ແຜນການ​ຜັນ​ຂະຫຍາຍ​ເນືອ​ໃນ​ນີ້​ຢ່າງ​ລະອຽດ​ກວ່າ. ນີ້​​ແມ່ນ​ຄັ້ງທຳອິດ​ທີ່​ພວກ​ເຮົາ​ເຮັດ ​ເພາະສະ​ນັ້ນ​ຕ້ອງ​ປະຕິບັດ​ຢ່າງ​ລະມັດລະວັງ, ກະກຽມ​ຢ່າງ​ລອບ​ຄອບ​ທີ່​ຖ້ວນ​ໃຫ້ເພື່ອ​ວຽກ​ງານ​ລົງມະຕິໄວ້ວາງໃຈມີລັກສະນະແທດຈິງ ແລະ ມີ​ຜົນ​ປະ​​ໂຫຍ​ດຖືກ​ກັບເນື້ອໃນ​ຈິດ​ໃຈ​ມະຕິເຊິ່ງສະພາ​ແຫ່ງ​ຊາດ​ໄດ້​ປະກາດ​ໃຊ້”.

        ​ແລະ​ກໍ​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ຄະ​ນະ​ປະຈຳ​ສະພາ​ແຫ່ງຊາດ ກໍ​ຮັບຮອງ​ເອົາ ລັດຖະບັນຍັດ​ສະບັບປັບປຸງ, ​ເພີ່ມ​ເຕີ​ມບາງ​ຂໍ້​ມາດຕາ​ຂອງລັດຖະບັນຍັດ​ກ່ຽວ​ກັບ​ເງິນຕາ​ຕ່າງປະ​ເທດຟາກ​ມາ​. ຄາດ​ວ່າ, ວັນ​ທີ 22/03, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຈະ​ຊັກ​ຖາມ​ໂດ​ຍກົງ​ປະທານ​ສານ​ປະຊາຊົນ​ສູງ​ສຸດ ​ແລະ ລັດຖະມົນຕີ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ ກ່ຽວ​ກັບ​ບັນດາ​ບັນຫາ​ທີ່ຂຶ້ນ​ກັບ​ຄວາມ​ຮັບຜິດຊອບ​ຄຸມ​ຄອງຂອງ 2 ກະຊວງ​, ຂະ​ແໜງ​ການດັ່ງກ່າວ.

ຂ່າວ/ບົດ​ອື່ນ