ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 51 ຂອງ ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ

(VOVWORLD) -ຕອນເຊົ້າວັນທີ 9 ທັນວາ ຢູ່ ຫໍປະຊຸມສະພາແຫ່ງຊາດ ໄດ້ຈັດພິທີໄຂກອງປະຊຸມຄັ້ງທີ 51 ຂອງ ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ. 
ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 51 ຂອງ ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ - ảnh 1ໄຂກອງປະຊຸມຄັ້ງທີ 51 ຂອງ ຄະນະປະຈຳສະພາແຫ່ງຊາດ  (ພາບ: quochoi.vn)

ໂດຍດຳເນີນພາຍໃນ 3 ວັນແຕ່ວັນທີ 9 ຫາວັນທີ 11 ທັນວາ, ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ຈະປະກອບຄຳເຫັນຕໍ່ການປັບປຸງ, ຮັບຮອງເອົາຮ່າງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານຢາເສບຕິດ (ສະບັບປັບປຸງ); ພິຈາລະນາ, ຮັບຮອງເອົາຮ່າງລັດຖະບັນຍັດວ່າດ້ວຍການໃຫ້ບຸລິມະສິດແກ່ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ (ສະບັບປັບປຸງ)… ໃນກອງປະຊຸມຄັ້ງທີ 51, ຄະນະປະຈຳສະພາແຫ່ງຊາດ ກໍພິຈາລະນາ, ປະກອບຄຳເຫັນກ່ຽວກັບການສະຫຼຸບກອງປະຊຸມສະໄໝສາມັນເທື່ອທີ 10 ແລະ ປະກອບຄຳເຫັນເບື້ອງຕົ້ນກ່ຽວກັບວຽກງານກະກຽມແກ່ກອງປະຊຸມສະໄໝສາມັນເທື່ອທີ 11, ສະພາແຫ່ງຊາດຫວຽດນາມຊຸດທີ 14; ຕີລາຄາໝາກຜົນການປະຕິບັດໂຄງການເຄື່ອນໄຫວໃນວຽກງານການຕ່າງປະເທດ, ການຮ່ວມມືສາກົນ ປີ 2020; ພິຈາລະນາ, ຮັບຮອງເອົາໂຄງການເຄື່ອນໄຫວວຽກງານການຕ່າງປະເທດປີ 2021 ຂອງ ຄະນະປະຈຳສະພາແຫ່ງຊາດ; ວຽກງານກະກຽມແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 15 ແລະ ການເລືອກຕັ້ງສະມາຊິກສະພາປະຊາຊົນຂັ້ນຕ່າງໆ ອາຍຸການ 2021 – 2026…


ຕອບກັບ

ຂ່າວ/ບົດ​ອື່ນ